ທີມຊາດລາວ ຊຸດໃຫຍ່ ລົງສະໜາມນັດສຸດທ້າຍຂອງຮອບແບ່ງກຸ່ມໆ B ໃນການແຂ່ງຂັນ AFF Mitsubishi electric Cup 2022 ພົບກັບ ມຽນມາ ທີ່ສະໜາມ Thuwunna Stadium ປະເທດມຽນມາ ໃນເວລາ 16:30 ໂມງຂອງວັນທີ 30 ທັນວາ 2022
ຜ່ານການແຂ່ງຂັນປາກົດວ່າ: ທີມຊາດລາວ ຄອງເກມໄດ້ໜ້ອຍກວ່າ ແຕ່ອາໄສຈັກຫວະສວນກັບ ໄດ້ປະຕູຂຶ້ນນໍາ 2 ຄັ້ງ 2 ຫົນ ຈາກການຂອງ ສຸກອາພອນ ວົງຈຽງຄໍາ ໃນນາທີໆ 12 ກ່ອນຖືກຕີສະເໝີ 1-1, ສ່ວນເຄິ່ງເວລາທີ 2 ໃນຕົ້ນເກມ ເອກກະໄມ ລາດຊະຈັກ ມາຍິງປະຕູຂຶ້ນນໍາໃຫ້ກັບ ທີມຊາດລາວ 2-1 ກ່ອນຄົບ 90 ນາທີໆ ທໍາທ່າວ່າ ທີມຊາດລາວ ຈະມີໄຊ ແຕ່ກໍາມະການຕໍ່ເວລາບາດເຈັບໄປເຖິງ 7 ນາທີ ກ່ອນທີ່ມຽນມາ ຈະໄດ້ຟຣີຄິກ ທ້າຍເກມຍິງເຂົ້າໄປຢ່າງສວຍງາມໄລ່ຕີສະເໝີເປັນ 2-2 ກ່ອນຈົບການແຂ່ງຂັນສະເໝີກັນ. ( ລາຍລະອຽດອື່ນໆເບິ່ງຕາມຄລິບລຸ່ມນີ້ )
ສໍາລັບ ສະຖິຕິການພົບກັນຂອງ ທີມຊາດລາວ ກັບ ມຽນມາ ໃນລາຍການນີ້ພຽງ 2 ຄັ້ງປາກົດວ່າວ່າທີມຊາດລາວ ເສຍໄປທັງໝົດ ເບິ່ງຄລິບລຸ່ມນີ້