• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

ທ່ານນາຍົກພັນຄຳ ວິພາວັນ ຂໍພັກອອກຮັບອຸດໜູນບຳນານ

ໃນວັນທີ 30 ທັນວາ 2022 ເຊິ່ງເປັນມື້ສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX, ທີ່ປະຊຸມແມ່ນໄດ້ພິຈາລະນາໃຫ້ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ອອກຮັບອຸດໜູນບຳນານ.

May be an image of 9 people, people sitting and people standing

ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຂຶ້ນອ່ານການປະກາດພັກການບຳນານຂອງນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຕາມໜັງສືສະເໜີຂອງປະ ທານປະເທດ ເລກທີ 211/ປທທ, ລົງວັນທີ 28​ ທັນວາ​ 2022​ ໃນວາລະກອງປະຊຸມສະໄໝສາມັນ​ ເທື່ອທີ​ 4​ ຂອງ​ສະພາແຫ່ງຊາດ​ ຊຸດທີ​ IX​ ຕອນແລງ​ວັນທີ​ 12​ ທັນວາ​ 2022.

No description available.

ໃນໂອກາດດັ່ງກ່າວທ່ານນາຍົກລັດຖະມົນຕີແມ່ນໄດ້ກ່າວວ່າ ອີງຕາມອາຍຸຂອງຕົນ ແມ່ນໃກ້ເຂົ້າອາຍຸ 72 ປີແລ້ວ ການເປັນພະນັກງານລັດຖະກອນກໍໄດ້ເຂົ້າສູ່ການປະຕິວັດດົນນານສົມຄວນ ທີ່ສຳຄັນສຸຂະພາບຂອງຕົນກໍ່ບໍແຂງແຮງ ແລະອີງໃສ່ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດໃນປະຈຸບັນແມ່ນບໍສາມາດແບກຫາບພາລະອັນໜັກໜ່ວງດັ່ງກ່າວໄດ້ອີກຈິ່ງສະເໜີຂໍລາອອກ ແລະໃຫ້ແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່ມານຳພາຄະນະລັດຖະບານຕໍ່ໄປ.

May be an image of 1 person and flower

ທ່ານນາຍົກພັນຄຳ ວິພາວັນຍັງກ່າວອີກວ່າ ຕະຫຼອດໄລຍະທີ່ຕົນໄດ້ເຂົ້າເຮັດວຽກໃນວົງການພັກ-ລັດ ແມ່ນໄດ້ເຄື່ອນໄຫວວຽກດ້ວຍຄວາມຮັບຜິດຊອບສູງ ບໍ່ວ່າຈະຢູ່ໃນຕຳແໜ່ງໃດໆ, ບໍ່ເຄີຍແລ່ນນຳຊື່ສຽງອື່ນໆ.

 

ເຖິງແນວໃດກໍ່ຕາມອີງໃສ່ສະພາບການຕົວຈີງຂອງສຸຂະພາບ ແລະຄວາມຫຍຸ້ງຍາກທາງດ້ານເສດຖະກິດໃນປະຈຸບັນ ຕົນບໍ່ອາດແບກຫາບໜ້າທີ່ອັນໜັກໜ່ວງນີ້ອີກຈິ່ງຂໍລາອອກເພື່ອຮັບອຸດໜູນບຳນານ.

May be an image of 6 people and people standing

ສຳລັບທ່ານ ພັນຄຳ ວິພາວັນ ແມ່ນເກີດເມື່ອວັນທີ 14 ເມສາ ປີ 1951 ມາຮອດປະຈຸບັນອາຍຸໄດ້ 71 ປີບໍລິບູນ ແລະທ່ານໄດ້​ ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີແຫ່ງ ສປປ​ ລາວ​ ໃນວັນທີ​ 22​ ມີນາ​ 2021.

ກົດເບິ່ງວີດີໂອ

Leave a Reply

Your email address will not be published. Required fields are marked *