• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ກະທ່ອມ ບຸກຫາຮັງເລີຍໄດ້ທັງໝໍ້ຕົ້ມຂອງກາງຄົບຊຸດ

ຂ້າງໆ ມະຫາວິທະຍາໄລແທ້ໆ ຄົນຍັງເອົາໃບກະທ່ອມທັງສ່ວນປະສົມມາຕົ້ມຂາຍກັນທີ່ນັ້ນ ຈັບໄດ້ແລ້ວລົງໂທດໃຫ້ເຂັດລາບແດ່ ບໍດັ່ງນັ້ນຕໍ່ໄປຍິ່ງອັນຕະລາຍ ທັງໃບດິບ, ສ່ວນປະສົມ, ອັນທີ່ຕົ້ມແລ້ວ ໄຄແຕ່ຖືກຈັບໄດ້ກ່ອນ

No photo description available.

ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອ ງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ກອງບັນຊາການ ປກສ ເມືອງໄຊທານີ, ປກສ ກຸ່ມສີວິໄລ ແລະ ປກສ ບ້ານຄຳຮຸ່ງ ເມືອງໄຊທານີ ນວ ໄດ້ລົງກວດກາ ແລະ ຕິດຕາມຕົວຈິງຈາກແຫຼ່ງຂໍ້ມູນ ວ່າມີການຜະລິດ ແລະ ຈຳໜາຍນ້ຳກະທ່ອມຈິງແທ້ ຢູ່ບ້ານສີວິໄລ ແລະ ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງຍຶດຂອງກາງນ້ຳທ່ອມ, ໃບກະທ່ອມ ແລະ ສ່ວນປະສົມໃນການປຸງແຕ່ງໄດ້ຈຳນວນຫຼວງຫຼາຍ.

May be an image of 2 people
ເຈົ້າໜ້າທີ່ ປກສ ໃຫ້ຮູ້: ນໍ້າຕົ້ມໃບກະທ່ອມ, ໃບກະທ່ອມ ແລະ ສ່ວນປະສົມ ໃນການປຸ່ງແຕ່ງນໍ້າໃບກະທ່ອມ ທີ່ນໍາຢຶດໄດ້ໃນຄັ້ງນີ້, ແມ່ນຢຶດມາໄດ້ ຢູ່ຫ້ອງເຊົ່າ ບ້ານສີວິໄລ ໜ່ວຍ 36 ແລະ ຫ້ອງເຊົ່າບ້ານຄຳຮຸ່ງ ໜ່ວຍ 8 ເມືອງໄຊທານີ ນວ.

May be an image of 4 people and outdoors
ໃນນີ້ຫ້ອງເຊົ່າ ບ້ານສີວິໄລ ເຊິ່ງມີນໍ້າກະທ້ອມຕົ້ມແລ້ວ ໃສ່ຕຸກ ຂະໜາດ 1,5 ລິດ ຈຳນວນ 53 ຕຸກ, ໃບກະທ່ອມດິບຖົງໃຫຍ່ 1 ກິໂລ ມີ 58 ຖົງ, ໃບກະທ່ອມດິບຖົງນ້ອຍ 150 ກຼາມ ມີ 14 ຖົງ, ໃບກະທ່ອມແຫ້ງ 12,4 ກິໂລ, ນ້ຳໝາກພ້າວແກ້ວໃຫຍ່ 49 ແກັດ, ນ້ຳໝາກພ້າວນ້ອຍ 25 ແກັບ ກັບ 5 ແພັກ, ນ້ຳໝາກພ້າວ 76 ແກັດ, ນ້ຳໂອອີຊີ 71 ແກັດ, ຢາດີໄອດີທິດຊິນ ຈຳນວນ 3 ແກັດ ກັບ 299 ຂວດ ແລະ ນໍ້າຕົ້ມໃບກະທ້ອມ ຈຳນວນ 2 ໝໍ້ໃຫຍ່ .

May be an image of food
ຫ້ອງເຊົ່າ ບ້ານຄຳຮຸ່ງ ມີນ້ຳກະທ່ອມ 150 ຕຸກ, ໃບກະທ່ອມ 801 ກິໂລ, ນ້ຳໝາກພ້າວ 32 ແກັດ, ນ້ຳຕານສົດ 100% ໂຄຟີ ແກັດສີແດງ 19 ແກັດ, ແກັດສີຂຽວ 40 ແກັດ ກັບ 17 ແກ້ວ, ໂອອີຊີຝາສົ້ມ 28 ແກັດ ແລະ ຝາຂຽວ 39 ແກັດ, ຢາດີໄອ 24 ແກັດໃຫຍ່ ກັບ 18 ແກັດນ້ອຍ ແລະ ນ້ຳຕົ້ມໃບກະທ່ອມຈຳນວນ 2 ໜໍ້ໃຫຍ່.

May be an image of 5 people
ຕໍ່ກັບບັນດາເປົ້າໝາຍຈຳນວນດັ່ງກ່າວ, ທາງເຈົ້າໜ້າທີ່ ປກສ ຈະໄດ້ນຳຕົວຜູ້ກະທຳຜິດເຂົ້າມາສຶກສາອົບຮົມກ່າວເຕື່ອນ ບໍ່ ໃຫ້ກະທຳຜິດ ແລະ ຮັບຮູ້ເຂົ້າໃຈກ່ຽວກັບລະບຽບ ກົດໝາຍ ສ່ວນຂອງກາງນໍ້າກະທ້ອມ,ໃບກະທ້ອມແລະ ສ່ວນປະສົມໃນການປຸງແຕ່ງນໍ້າກະທ້ອມແມ່ນທາງ ເຈົ້າໜ້າທີ່ໄດ້ນຳໄປທຳລາຍຖີ້ມ.

May be an image of drink
ຂ່າວຈາກ: ຄວາມສະຫງົບ

Leave a Reply

Your email address will not be published. Required fields are marked *