ຮູ້ຈັກກັບນັກອອກແບບຊຸດປະຈຳຊາດຊຸດສາມຊົນເຜົ່າ ຊຸດປະຈຳຊາດ Miss Universe Laos 2022 ນັ້ນກໍຄື ຂັນໄຊ ແຖມພູຄຳ ຫຼື ກ່ານ ໜຸ່ມນ້ອຍໄວ 20 ປີ ປັດຈຸບັນກຳລັງສຶກສາຢູ່ທີ່ຄະນະສະຖາປັດຕິຍະກຳສາດ, ມຊ ໃນປີ ທີ 3.
ຂັນໄຊ ກ່າວວ່າ ຕົນເອງມີຄວາມມັກຮັກໃນເລື່ອງການອອກແບບເສື້ອຜ້າມາຕັ້ງແຕ່ຍັງນ້ອຍ ພໍເລີ່ມເຂົ້າຮຽນມະຫາວິທະຍາໄລ ກໍມີການອອກແບບຊຸດເຂົ້າປະກວດ ໃນປະເພດຊຸດປະຈໍາຊາດນາງງາມ, ຊຸດລາຕີ, ຊຸດແຟນຕາຊີ ແລະອື່ນໆ ແຕ່ຜົນງານຍັງບໍ່ທັນໂດດເດັ່ນເຂົ້າຕາກຳມະການ.
.
ຈົນມາໃນປີ 2022 ຖືວ່າເປັນປີແຈ້ງເກີດສຳລັບຂັນໄຊ ເພາະໄດ້ຮັບລາງວັນຊະນະເລີດໃນການອອກແບບຊຸດປະຈຳຊາດໃຫ້ແກ່ມິສແກຣນລາວ 2022 ແລະຕາມມາຕິດໆກໍແມ່ນຜົນງານການອອກແບບຊຸດປະຈຳຊາດໃຫ້ແກ່ມິສຢູນິເວີສ 2022.
“ທຳອິດຄິດວ່າຈະບໍ່ສົ່ງເຂົ້າປະກວດແລ້ວເພາະເປັນໄລຍະທີ່ກຳລັງຮຽນຢ່າງຫນັກ ແຕ່ຮຸ່ນອ້າຍຮຸ່ນເອື້ອຍຫລາຍຄົນໃນວົງການກໍເຊຍໃຫ້ສົ່ງເຂົ້າປະກວດ ນ້ອງກໍເລີຍຕັດສິນໃຈສົ່ງເຂົ້າໃນ 5 ມື້ສຸດທ້າຍ”
ນີ້ຄືຄວາມຝັນສູງສຸດຂອງຊາວຫນຸ່ມລາວຜູ້ຫນຶ່ງທີ່ໄດ້ເຫັນຜົນງານຕົນເອງຖືກເຜີຍແຜ່ສູ່ສາກົນ ແລະໃນອະນາຄົດຂັນໄຊ ກໍຍັງຈະສືບຕໍ່ສ້າງສັນຜົນງານການອອກແບບຂອງຕົນເອງໃຫ້ເປັນທີ່ຍອມຮັບທັງພາຍໃນ ແລະລະດັບສາກົນ ພ້ອມທັງຢາກເປັນສ່ວນຫນຶ່ງໃນການຊຸກຍູ້ໃຫ້ຫມູ່ເພື່ອນຊາວຫນຸ່ມທີ່ມີຄວາມມັກຮັກໃນການອອກແບບໄດ້ກ້ານຳສະເຫນີຜົນງານຂອງຕົນເອງອອກສູ່ສັງຄົມ ເພາະຂັນໄຊເຊື່ອວ່າຊາວຫນຸ່ມລາວຫລາຍຄົນກໍມີພອນສະຫວັນ,ຄວາມຮູ້, ຄວາມສາມາດບໍ່ນ້ອຍໄປກວ່າຊາດໃດ.
.
ຂ່າວໂດຍ: zaza
ພາບໂດຍ: ຂັນໄຊ, Ae Maitee Make up
ອ້າງອີງ: ກິນທີ່ນີ້, ທ່ຽວທີ່ນີ້