ຫຼາຍຄົນຕົກໃຈນັບແຕ່ຄືນວານນີ້ຄື 29 ທັນວາ 2022 ພາຍຫຼັງທີ່ບາງຄົນໄດ້ແຊອອກສື່ວ່າ ເງິນດອກເບ້ຍເຂົ້າບັນຊີແລ້ວ ທຸກຄົນທີ່ມີບັນຊີກໍ່ມາກົດເບິ່ງແຕ່ປະກົດວ່າ ເຂົ້າບໍໄດ້ເບິ່ງຫຍັງບໍໄດ້ແມ່ນບໍລະ.
ທຸກຄົນຄິດວ່າ ຄົນເຂົ້າເບິ່ງຫຼາຍລະບົບມັນຫຼົ້ມ ແຕ່ທີ່ຈີງແລ້ວທາງທະນາຄານເພິ່ນປິດສະຫຼຸບບັນຊີນັ້ນເອງ ເຊິ່ງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນໄດ້ອອກແຈ້ງການເຊົ້າວັນທີ 30 ນີ້ລະບຸວ່າ ທ່ານລູກຄ້າ ທຄຕລ ທີ່ນັບຖືແຈ້ງການ: ປິດບາງຟັງຊັ່ນໃນແອັບ BCEL One ແລະ i-Bank ເພື່ອສະຫຼຸບບັນຊີທ້າຍປີ 2022
ການນໍາໃຊ້ງານຂອງ ແອັບ BCEL One ແລະ i-Bank ແມ່ນນໍາໃຊ້ໄດ້ປົກກະຕິ (ປິດການນໍາໃຊ້ພຽງບາງຟັງຊັ່ນ ລາຍລະອຽດແມ່ນຕາມເອກະສານຕິດຂັດມາພ້ອມນີ້)
ຕູ້ ATM ແມ່ນນໍາໃຊ້ໄດ້ປົກກະຕິ
– ທຸກຟັງຊັນຈະກັບມາໃຊ້ງານໄດ້ເປັນປົກກະຕິໃນວັນທີ 01/01/2023 (ຍົກເວັ້ນຟັງຊັ່ນ ບໍລິການບັນຊີຮຸ້ນຈະໃຊ້ໄດ້ໃນວັນທີ 03/01/2023)
ທຄຕລ ຂໍອະໄພໃນຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ 🙏