• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່ ແທນທ່ານ ພັນຄຳ ວິພາວັນ ທີ່ອອກພັກການຮັບອຸດໜູນບຳນານ

ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່  ຄົນທີ 9 ຂອງ ສປປລາວ ແທນທ່ານ ພັນຄຳ ວິພາວັນ ທີ່ອອກພັກການຮັບອຸດໜູນບຳນານ.

ໃນວາລະພິເສດຂອງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນບ່າຍວັນທີ30 ທັນວາ 2022ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຂຶ້ນອ່ານການປະກາດຂໍພັກການຮັບອຸດໜູນບຳນານຂອງນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຕາມໜັງສືສະເໜີຂອງປະ ທານປະເທດ ເລກທີ 211/ປທທ.

ຈາກນັ້ນນາງ ສູນທອນ ໄຊຍະຈັກ ໄດ້ຜ່ານໜັງສືສະເໜີຂອງທ່ານ ປະທານປະເທດ ເລື່ອງການເລືອກຕັ້ງຜູ້ທີ່ຈະມາດຳລົງຕຳແໜ່ງນາຍົກລັດຖະມົນຕີ ໂດຍໄດ້ສະເໜີ ທ່ານ ສອງໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ມີຄວາມເໝາະສົມທີ່ຈະດຳລົງຕຳແໜ່ງນາຍົກລັດຖະມົນຕີ.

ຈາກນັ້ນສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງ ຮັບຮອງເອົາທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີແຫ່ງສປປລາວ ຄົນໃໝ່ ແທນທ່ານ ພັນຄຳ ວິພາວັນ ທີ່ອອກພັກການຮັບອຸດໜູນບຳນານຕາມການສະໜີຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງສປປລາວດ້ວຍຄະແນນສຽງເຫັນດີ98,67%.

 

ທ່ານ ສອນໄຊ ສີພັນດອນວັນ ເດືອນ ປີເກີດ 26/1/1966

Leave a Reply

Your email address will not be published. Required fields are marked *