ວົງການບານເຕະໄຫວ້ອາໄລເຖິງ ເປເລ ອະດີດກອງໜ້າທີມຊາດບຣາຊິລ ທີ່ເສຍຊີວິດແລ້ວເມື່ອວັນທີ 29 ທັນວາ 2022 ໃນອາຍຸ 82 ປີ ຫຼັງຕ້ອງຕໍ່ສູ້ກັບມະເຮັງລໍາໄສ້ໃຫຍ່ມາເປັນເວລາດົນນານ ໂດຍເຂົ້າຮັບການຮັກສາຕົວໃນໂຮງໝໍປະມານ 1 ເດືອນໃນຕອນທີ່ອາການໜັກ ກ່ອນເສຍຊີວິດ.
ກ່ອນໜ້ານີ້ ເຄລີ ນາສຊິເມນໂຕ ລູກສາວຂອງ ເປເລ ໄດ້ເບິ່ງແຍງພໍ່ທີ່ຂ້າງຕຽງ ພ້ອມທັງອັບເດດອາການປ່ວຍເປັນປະຈໍາທຸກວັນ ໃນໄລຍະທີ່ ເປເລ ມີອາກາດບໍ່ຄ່ອຍດີ. ນອກນັ້ນ, ກໍຍັງມີ ມາເຊຍ ອາໂອກິ ພັນລະຍາ ແລະ ເອດິນໂຢ ລູກຊາຍຂອງ ເປເລ ຕະຫຼອດຈົນສະມາຊິກໃນຄອບຄົວອີກຫຼາຍຄົນໄດ້ພາກັນຕິດຕາມອາການຂອງພໍ່ທີ່ໂຮງໝໍ ເຊົາ ເປົາໂລ ດ້ວຍຄວາມເປັນຫ່ວງ.
ຈົນຫຼ້າສຸດ ຜູ້ຈັດການຂອງ ເປເລ ໄດ້ເປີດເຜີຍວ່າ: ເປເລ ເປັນມະເຮັງລໍາໄສ້ໃຫຍ່ມາຕັ້ງແຕ່ເດືອນກັນຍາ 2021 ໄດ້ເສຍຊີວິດີແລ້ວ ຫຼັງຈາກມີອາການໜັກເມື່ອວັນ 28 ທັນວາ 2022 ໂດຍໝໍລະບຸວ່າ ການເຮັດວຽກຂອງຕັບ ແລະ ຫົວໃຈຂອງລາວລົ້ມເຫຼວເຊັ່ນກັນ.
ຕໍ່ມາໃນມື້ນີ້ 30 ທັນວາ 2022 ກໍມີນັກເຕະຫຼາຍຄົນອອກມາສະແດງຄວາມເສຍໃຈຕໍ່ກັບຕໍານານຜູ້ຍິງບໍ່ວ່າຈະເປັນ ລິໂອເນລ ເມສຊີ ແລະ ຄຣິສເຕຍໂນ ໂຣນັລໂດ 2 ກອງໜ້າທີ່ປະສົບຜົນສໍາເລັດທີ່ສຸດໃນຍຸກນີ້.
ສໍາລັບ ເປບເລ ມີຊື່ເຕັມວ່າ ເອັດສັນ ອາຣັນເຕສ ໂດ ນາສຊິເມນໂຕ ແລະ ໄດ້ຮັບການຮູ້ຈັກທົ່ວໂລກໃນຊື່ຂອງ ເປເລ ມາຕັ້ງແຕ່ສະໄໝຍັງເປັນນັກຮຽນ ກ່ອນຈະກາຍເປັນນັກເຕະກອງໜ້າທີ່ໂດ່ງດັງທີ່ສຸດຫຼັງພາ ທີມຊາດບຣາຊິລ ຄວ້າແຊັມໂລກ 3 ສະໄໝ 1958, 1962 ແລະ 1970 ພ້ອມທັງຍັງຄວ້າລາງວັນດາວຍິງສູງສຸດຕະຫຼອດຂອງທີມຊາດຈາກຜົນງານຍິງໄປ 77 ປະຕູຄູ່ກັບ ເນມາ ກອງໜ້າຂອງ ປາຣີສ ແຊງແຊກແມງ.