ສະຫະພັນບານເຕະແຫ່ງຊາດລາວ ປະກາດລາຍຊື່ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວU20 ເຂົ້າສູນຝຶກຊ້ອມ ຊີງແຊ້ມອາຊີຮອບຄັດເລືອກ,ໂດຍ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ
ລາຍຊື່ ຄະນະນຳ, ຄະນະຄູຝຶກ ມີລາຍຊື່ດັ່ງລຸ່ມນີ້:
1. ທ່ານ ຄຳໄພ ປຣະເສີດ ຫົວຫນ້າຄະນະນຳທີມ
2. ທ່ານ ປະສາດໄຊ ພິລາພັນເດຊ ຮອງຫົວຫນ້າຄະນະນໍາທີມ
3. ທ່ານ ສົມສະໜຸກ ລຽນສະຫວັນ ຜູ້ຈັດການທີມ
4. ທ່ານ Hans Michael Weiss ຫົວໜ້າຄູຝຶກ (ສັນຊາດ ເຢຍລະມັນ)
ລາຍຊື່ນັກກິລາຄັດເລືອກ ທີມຊາດລາວ U20 ມີລາຍຊື່ດັ່ງລຸ່ມນີ້:
ຜູ້ຮັກສາປະຕູ
1. ພູນິນ ໄຊຍະສອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
2. ກົບ ໂລກພະທິບ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
3. ຈັນທະວີໄຊ ທຽບອານົງ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
4. ຈັນທະວີສຸກ ຫນູວໍລະວົງ ຈາກແຂວງສະຫວັນນະເຂດ
ກອງຫລັງ
5. ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
6. ພຸດທະວົງ ສັງວິໄລ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
7. ສະເຫລີມໄຊ ພົມມະວົງ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
8. ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
9. ສີສັດຕະນາ ກັນລະຍາ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
10. ລາວີ ສົມທອງຄຳ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
11. ພົນສັກ ສິສະຫວາດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
12. ຟຸດບອນ ກຸນນະເສນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
13. ເພັດດາວັນ ສົມສະນິດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
14. ທີລະພົນ ປະຖໍາມະວົງ ຈາກ ສະໂມສອນ ເມືອງຫາດ
ກອງກາງ
15. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
16. ດາຫມົດ ທອງຄຳສະຫວັດ ຈາກ ສໂມສອນ ກິລາບານເຕະ ຈຳປາສັກ
17. ວົງພະຈັນ ພຸດທະວົງ ຈາກ ສະໂມສອນ ກິລາບານເຕະ ເມືອງຫາດ
18. ຄຳປານ ດວງວິໄລ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ
19. ບຸນປະເສີດ ທຳມະຂັນ ຈາກ ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ
20. ສີສຸພົນ ອັກຄະວົງ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ ເອັຟທີ
21. ສິນນະກອນ ກູມະນີຄຳ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
22. ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
23. ພອນໄຊ ໄຊມົນທຽນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
24. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ກອງຫນ້າ
25. ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ກິລາບານເຕະ ນົນທະບູລີ ( ໄທ )
26. ປີເຕີ້ ພັນທະວົງ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
27. ອຸ່ນ ເພັດວົງສາ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
28. ອາທິດ ຫຼວງລາດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
29. ພົມມາ ໂຄດພູທອນ ຈາກ ແຂວງຄໍາມ່ວນ
ທີມຊາດລາວ U20 ແມ່ນໄດ້ເລີ້ມເຂົ້າສູນເກັບຕົວຝຶກຊ້ອມນັບຕັ້ງແຕ່ວັນທີ 31 ສິງຫາ 2022, ສຳລັບລາຍຊື່ 23 ຄົນສຸດທ້າຍ ແມ່ນຈະມີການປະກາດລາຍຊື່ໃນວັນສຸກ 09 ກັນຍາ 2022 ທີ່ຈະມາເຖິງນີ້, ການແຂ່ງຂັນບານເຕະ ຊີງແຊ້ມອາຊີ U20 ຮອບຄັດເລືອກ ແຂ່ງຂັນໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ.ທີມຊາດລາວ U20 ຖືກຈັດຢູ່ໃນກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ, ລາວ (ເຈົ້າພາບ) ແລະ ກວມ.
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
– 10/09/2022 ເວລາ 19:00 ລາວ ພົບ ກວມ
– 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ
– 14/09/2022 ເວລາ 19:00 ລາວ ພົບ ເຢເມນ
– 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ
ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ຖ່າຍທອດສົດ ທາງໂທລະພາບແຫ່ງຊາດລາວ ຊ່ອງ 3.
– ບັດເຂົ້າຊົມລາຄາ 10.000 ກີບ ສາມາດຊື້ໄດ້ທີ່ ສະຫະພັນບານເຕະແຫ່ງຊາດລາວ ແລະ ສະຫນາມກິລາແຫ່ງຊາດຫຼັກ 16 ໃນມື້ທີ່ມີການແຂ່ງຂັນ.
ບຸກຄົນ/ນິຕິບຸກຄົນ ສາມາດຕິດຕໍ່ພົວພັນ ກັບ ສຕລ ເປັນຕົວແທນຂາຍປີ້ໄດ້ ຕາມເບີໂທລະສັບນີ້
ເບີໂທ: 02058886600, 02029805676, 02054649559 ແລະ 55414619
ຂໍ້ມູນ-ຮູບຈາກ: ສຕລ