ວັນທີ 29 ທັນວາ 2022 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມຄະນະ ໄດ້ລົງຢ້ຽມຢາມ ຄະນະປະຕິບັດງານກວດ-ກູ້ລະເບີດບໍ່ທັນແຕກ ຢູ່ເມືອງນາກາຍ ໂດຍການປະຕິບັດຮ່ວມ ລະຫວ່າງ ໜ່ວຍງານກວດກູ້ 58 ຂອງກອງທັບປະຊາຊົນລາວ ແລະ ທີມງານສູນກວດກູ້ມິນ ສາກົນ ແຫ່ງສະຫະພັນຣັດເຊຍ.
ທ່ານ ພັທ ໂປຣຄູໂນບ ຫົວໜ້າຄະນະກຳລັງກວດ-ກູ້ ສູນກູ້ມິນສາກົນແຫ່ງສະພັນຣັດເຊຍ ກ່າວວ່າ: ທີມງານສູນກວດ-ກູ້ ມິນສາກົນ ແຫ່ງ ສ.ຣັດເຊຍ ແມ່ນໄດ້ຈັດຕັ້ງປະຕິບັດກວດ-ກູ້ ລະເບີດບໍ່ທັນແຕກ ຢູ່ເມືອງນາກາຍ ໂດຍມີໄລຍະເວລາ ແຕ່ ເດືອນພະຈິກ ປີ 2022 ຫາ ເດືອນມີນາ 2023 ມີເນື້ອທີ່ທັງໝົດ 63,6 ເຮັກຕາ ເຊິ່ງໄດ້ແບ່ງອອກເປັນ 5 ສະໜາມຄື: ສະໜາມທີ 1 ມີເນື້ອທີ່ 22,9 ເຮັກຕາ, ສະໜາມ 2 ມີ 27,9 ເຮັກຕາ, ສະໜາມທີ 3 ມີ 6,6 ເຮັກຕາ, ສະໜາມທີ 4 ມີ 1,8 ເຮັກຕາ ແລະ ສະໜາມທີ 5 ມີ 4,3 ເຮັກຕາ. ນັບແຕ່ວັນທີ 24 ເດືອນພະຈິກ 2022 ແມ່ນໄດ້ມີການປະຕິບັດໜ້າທີ່ກວດກູ້ໃນສະໜາມທີ 1.
ມາຮອດປະຈຸບັນສາມາດກວດກູ້ສຳເລັດແລ້ວໃນເນື້ອທີ່ 5,7 ເຮັກຕາ ແລະ ໄດ້ຄົ້ນພົບວັດຖຸລະເມີດຈຳນວນ 104 ສິ້ນສ່ວນ ໃນນັ້ນມີ ລູກປືນໃຫຍ່ 97 ອັນ ແລະ ລູກຄົກຈຳນວນ 5 ລູກ, ຄຽງຄູ່ກັບການຈັດຕັ້ງປະຕິບັດການກວດ-ກູ້ ຍັງໄດ້ຈັດຝຶກອົບຮົມໃຫ້ແກ່ພະນັກງານນັກຮົບຂອງລາວ ເພື່ອຍົກສູງລະດັບຄວາມຮູ້ໃນການກວດ-ກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ໂດຍໄດ້ມີການກະກຽມຫ້ອງສອນທັງພາກທິດສະດີ ແລະ ສະໜາມສຳຮອງໃນການປະຕິບັດຕົວຈິງ ພ້ອມນີ້ຍັງໄດ້ມີແພດປະຈໍາພາກສະໜາມ, ມີອຸປະກອນການແພດ ແລະ ລົດຮັບໃຊ້ຂອງທີມງານແພດ-ໝໍ ເພື່ອຮອງຮັບໃນເວລາເຈັບເປັນສຸກເສີນ.
ທ່ານເຈົ້າແຂວງຄຳມ່ວນ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄະນະທີມງານທີ່ໄດ້ເອົາໃຈໃສ່ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ປະກອບສ່ວນເຂົ້າໃນວຽກງານຄັ້ງນີ້ ພ້ອມນີ້ຍັງໄດ້ຖາມເຖິງຄວາມສະດວກ, ຄວາມຫຍຸ້ງຍາກຕ່າງໆ ເຊິ່ງສະແດງເຖິງຄວາມເປັນຫ່ວງເປັນໃຍ ໃນການປະຕິບັດໜ້າທີ່ວຽກງານຂອງຄະນະທີມງານ. ໂອກາດມາຢ້ຽມຢາມຄະນະດັ່ງກ່າວ ທ່ານເຈົ້າແຂວງຄຳມ່ວນ ຍັງໄດ້ອວຍພອນເນື່ອງໃນປີໃໝ່ສາກົນ ພ້ອມທັງມອບກະຕ່າດອກໄມ້ ແລະ ເຄື່ອງອຸປະໂພກຈຳນວນໜຶ່ງ ເພື່ອປະກອບສ່ວນຊຸກຍູ້ ແລະ ເປັນກຳລັງໃຈໃຫ້ແກ່ທີມງານ ໄດ້ຈັດຕັ້ງປະຕິບັດໜ້າທີ່ໃຫ້ປະສົບຜົນສຳເລັດຕາມຄາດໝາຍ ດ້ວຍຄວາມປອດໄພ ພ້ອມທັງໄດ້ລົງຢ້ຽມຢາມເບິ່ງພາກສະໜາມ ກໍ່ຄືພື້ນທີ່ຕົວຈິງ ທີ່ໄດ້ປະຕິບັດການກວດ-ກູ້ ລະເບີດບໍ່ທັນແຕກ.