• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ມາໄວກວ່າທີ່ຄິດໄວ້ ຍອມກາບງາມໆຂໍໂທດໃນຄວາມໂລບຄັ້ງນີ້ ແລະຈະຖືເປັນບົດຮຽນ

ByAdmin S

Dec 28, 2022 #000, #ໄກ່ 500

ວ່ອງໄວທັນການ ຊົມເຊີຍເຈົ້າໜ້າທີ່ ແລະຄະນະກຳມະການງານບຸນກິນຈຽງທີ່ຢ່າງໜ້ອຍກໍ່ໄດ້ເອີ້ນຜູ້ມັກສວຍໂອກາດມາກ່າວເຕືອນ ເພື່ອໃຫ້ຮູ້ວ່າ ນັ້ນຜິດຈັນຍາບັນການຄ້າຂາຍ ພ້ອມນີ້ກໍໄດ້ປັບໃໝຕາມລະບຽບການ ເພື່ອບໍໃຫ້ເຮັດໃນຄັ້ງຕໍ່ໄປ.

May be an image of 8 people and people standing
ຈາກກໍລະນີທີ່ກໍາລັງເປັນຂ່າວໂດງດັ່ງໃນສືສັງຄົມອອນລາຍ ຫຼືທາງເຟດບຸກ ໃນເທດສະການບຸນກິນຈຽງ ຫຼື ນໍເປເຈົ້າ ຂອງຊົນເຜົ່າມົ້ງ ທີ່ເດີນບ້ານຍວນເມືອງແປກແຂວງຊຽງຂວາງ ທີ່ມີການລົງບິນຄ່າອາຫານສູງເກີນລາຕົວຈິງ ອາຫານ 8ລາຍການລວມເປັນເງິນສູງເຖິງ 7,345,000ກີບ ໃນນັ້ນຄ່າ ໄກ່ 5ໂຕ 2,500,000 ສະເລ່ຍຖືກໂຕລະ 500,000ກີບ, ປາ 6ໂຕ 1,200,000ກີບ ຖືກໂຕລະ 200,000ກີບ ເຂົ້າສຸກ 4 ຈານ 280,000ກີບ ຖືກຈານລະ 70,000ກີບ ປີ້ງ 2 ຊຸດ 600,000ກີບ ຖືກ ຊຸດລະ 300,000ກີບ, ເຂົ້າລາດໜ້າ 7 ຈານ 420,000 ຖືກຈານລະ 60,000ກີບ, ເບຍ ຈໍານວນ 50 ປ໋ອງ 2000,000 ຖືກປ໋ອງລະ 40,000ກີບ ນໍ້ດືມ ຈໍານວນ 15ຕຸກ 225,000ກີບ ຖືກຕຸກ 15000ກີບ.

No photo description available.

ກໍລະນີດັ່ງກ່າວເຫັນວ່າລາຄາສູງເກີນລາຄາທ້ອງຕະຫຼາດຫຼາຍ ດັງນັ້ນທາງ ສະມາຄົມ ກິລາວັນນະຄະດີິພື້ນເມືອງ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໄດ້ປຶກສາຫາລື ແລະ ລົງເກັບກໍາຂໍ້ມູນຕົວຈິງເຫັນວ່າມີມູນຄວາມຈິງແທ້ ດັ່ງຈຶ່ງໄດ້ເອີ້ນຜູ້ກ່ຽວຫຼືເຈົ້າຮ້ານ ມາສຶກສາອົບຮົມ ແລະ ປັບໃໝຕາມລະບຽບຂອງສະມາຄົມ.

May be an image of 2 people, people standing and indoorຕໍ່ເຫດການທີ່ເກີດຂຶ້ນ ນາງກົງເຢຍວ່າງ ເຈົ້າຂອງຮ້ານຂາຍເຄື່ອງຢູ່ສະຖານທີ່ບຸນບຸນກິນຈຽງ ໄດ້ສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ ໃນຄັ້ງວັນທີ 25 ທັນວາ 2022 ທີ່ເກັບເງິນນໍາລູກຄ້າທີ່ມາກິນ-ດືມ ຢູ່ໃນຮ້ານຂອງຕົນເອງ ເກີນລາຄາໃນທ້ອງຕະຫຼາດທົ່ວໄປ ໂດຍຜູ້ກ່ຽວໄດ້ຍອມຕໍ່ການກະທໍາຕໍ່ລູກຄ້າເຮັດໃຫ້ເກີດຫາງສຽງຢູ່ໃນສັງຄົມ ທ່ານຈິ່ງໄດ້ຂໍອາໄພຕໍ່ສັງຄົມ ແລະ ບັນດາແຂກທີ່ມາອຸດໜູນຮ້ານ.

May be an image of 1 person and text
ຈາກນັ້ນທ່ານ ຈົງວ່າງ ຮອງປະທານ ສະມາຄົມ ກິລາວັນນະຄະດີິພື້ນເມືອງ ໄດ້ມີຄໍາເຫັນຕໍ່ເຫດການທີ່ຂຶ້ນເຊິ່ງທ່ານກ່າວວ່າ ແມ່ນໄດ້ສ້າງຄວາມເສື່ອມເສຍໃຫ້ແກ່ເທດສະການບຸນກິນຈຽງເຜົ່າມົ້ງ ໂດຍສະເພາະແຂວງຂວາງ ຕໍ່ກັບເຫດການດັ່ງກ່າວທາງຄະນະຮັບຜິດຊອບໄດ້ຮຽກຮ້ອງໃຫ້ຜູ້ປະກອບການດ້ານການບໍລິການເອົາໃຈໃສ່ປະຕິບັດກົດລະບຽດ ແລະ ມາດຕະການທີ່ທາງຄະນະຮັບຜິດຊອບວາງອອກຢ່າງເຂັ້ມງວດ ເພື່ອໃຫ້ນັກທ່ອງທ່ຽວແຂກຕ່າງດ້າວທ້າວຕ່າງເມືອງຢາກມາທ່ຽວຊົມແຂວງຊຽງຂວາງກໍຄື ເທດສະການບຸນກິນຈຽງຂອງຊົນເຜົ້າມົ້ງ ໃຫ້ມີຄວາມຟົດຟື້ນມ່ວນຊື່ນຕະຫຼອດໄປ.

ຂ່າວ: ໜັງສືພິມຊຽງຂວາງມີໄຊ

Leave a Reply

Your email address will not be published. Required fields are marked *