• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ເຕືອນແລ້ວເດີ້ປີໃໝ່ນີ້ພັກຍາວ ກວດກາກໍ່ຕ້ອງດີຢ້ຽມຮັບປະກັນທຸກຢ່າງກ່ອນອອກເດີນທາງ

ອີກພຽງບໍ່ເທົ່າໃດຊົ່ວໂມງຂ້າງໜ້ານີ້ກໍຈະໄດ້ພາກັນນັບຖອຍຫຼັງສູ່ 2023 ແລ້ວ ຂໍບອກວ່າປີນີ້ພັກຍາວຫຼາຍຄົນຈະເດີນທາງໄປໄກເພື່ອພັກຜ່ອນຢ້ຽມຢາມ ຫຼື ເຮັດທຸລະກິດຫຍັງກໍ່ແລ້ວແຕ່ຢ່າລືມສຸຂະພາບຂອງທ່ານຕ້ອງພ້ອມທີ່ຈະຂັບລົດເດີນທາງ ເຕັກນິກລົດຕ້ອງໄດ້ ພ້ອມມີເອກະສານຄົບຊຸດ ທັງໝົດແມ່ນເພື່ອຕົວທ່ານເອງບໍ່ໃຫ້ເກີດອຸບັດຕິເຫດລະຫວ່າງທາງ ທັງເພື່ອປ້ອງກັນການກວດກາຂອງເຈົ້າໜ້າທີ່ບໍ່ໃຫ້ຕົກໃນທ່າຮັບ.

No photo description available.
ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບໄດ້ເຜີຍຕໍ່ສື່ມວນຊົນ ໃນວັນທີ 26 ທັນວາ ຜ່ານມາວ່າ: ການສະເຫຼີມສະຫຼອງປີໃໝ່ສາກົນ 2022 ທີ່ຜ່ານມາມີອຸບັດເຫດເກີດຂຶ້ນຈາກການຈະລາຈອນທາງບົກຈຳນວນ 197 ລາຍ, ພາຫະນະເປ່ເພ ຈຳນວນ 315 ຄັນ, ຄົນໄດ້ຮັບບາດເຈັບ ຈຳນວນ 297 ຄົນ, ຄົນເສຍຊີວິດ ຈຳນວນ 43 ຄົນ, ຍິງ 07 ຄົນ, ສ້າງຜົນເສຍຫາຍທາງດ້ານຊີວິດ, ສຸຂະພາບ, ຊັບສິນຂອງລັດ, ຂອງບຸກຄົນ, ລວມໝູ່ ແລະ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຢ່າງມະຫາສານ.

No photo description available.
ສາເຫດຕົ້ນຕໍທີ່ພາໃຫ້ເກີດອຸບັດເຫດຈະລາຈອນທາງບົກ ສ່ວນໃຫຍ່ມາຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ ແລະ ການຂັບຂີ່ພາຫະນະຄວາມໄວເກີນກົດໝາຍກຳນົດ ສະນັ້ນ ເພື່ອຮັບປະກັນຄວາມປອດໄພທາງດ້ານຊີວິດ ແລະຊັບສິນອັນເກີດຈາກອຸບັດຕິເຫດ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ປີໃໝ່ສາກົນ 2023 ນີ້ເຈົ້າໜ້າທີ່ແມ່ນຈະໄດ້ຈັດຕັ້ງກຳລັງລົງຕັ້ງຈຸດກວດກາການສັນຈອນຕາມເສັ້ນທາງຫຼວງ, ກວດກາເອກະສານ, ກວດກາຜູ້ຂັບຂີ່ພາຫະນະ, ກວດກາຈັບຄວາມໄວ, ກວດກາທາດເຫຼົ້າ, ກວດກາສະພາບເຕັກນິກພາຫະນະ ແລະ ອື່ນໆ ທີ່ລະເມີດຕໍ່ກົດລະບຽບການຈະລາຈອນທາງບົກ.

No photo description available.
ທັງນີ້ກໍເພື່ອເຮັດໃຫ້ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2022 ຕ້ອນຮັບປີໃໝ່ສາກົນ 2023 ມີຄວາມສະຫງົບ, ຄວາມເປັນລະບຽບຮອບຮ້ອຍ ແລະ ປອດໄພໃນການສັນຈອນໄປ – ມາ ປາສະຈາກໄດ້ປະກົດການຫຍໍ້ທໍ້ ແລະ ຫຼຸດຜ່ອນຜົນເສຍຫາຍຈາກການເກີດອຸບປະຕິເຫດ.

No photo description available.
ສະນັ້ນທຸກໆພາກສ່ວນໃນສັງຄົມໃຫ້ເປັນເຈົ້າການ ໃນການປະຕິບັດກົດຈະລາຈອນທາງບົກ, ການຂັບຂີ່ຢ່າງເຂັ້ມງວດ ແລະ ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຕຳຫຼວດຈະລາຈອນ ໃນການຈັດຕັ້ງປະຕິບັດໜ້າທີ່ ການປ້ອງກັນສະກັດກັ້ນອຸບັດເຫດການຈະລາຈອນທາງບົກ ເຮັດແນວໃດໃຫ້ປາສະຈາກໄດ້ຜົນເສຍຫາຍທາງດ້ານຊີວິດ, ສຸຂະ ພາບ ແລະ ຊັບສິນ ທີ່ເກີດຈາກການເກີດອຸບປະຕິເຫດຈະລາຈອນທາງບົກ ໃນໄລຍະປີໃໝ່ສາກົນ 2023 ປີນີ້.

Leave a Reply

Your email address will not be published. Required fields are marked *