ເອີ້ນວ່າເປັນນາງງາມທີ່ມີຂ່າວໃໝ່ໆມາໃຫ້ຕິດຕາມຕະຫຼອດ ສຳລັບນ້ອງປ່າເຢັ້ງຊາ ຫຼໍ່ Miss Universe 2022 ບໍ່ວ່າຈະເປັນເວລາຢູ່ລາວ ຫຼື ຕ່າງປະເທດ ຫຼ້າສຸດນີ້ລະຫວ່າງລໍຖ້າເຂົ້າເກັບຕົວນຳກອງປະກວດໃຫຍ່ເຫັນວ່າ ເຂົ້າຕາໂປຣດິວເຊີໃນອາເມຣິກາໄດ້ຮ່ວມສະແດງໜັງແອັກຊັ່ນຖືເປັນຂ່າວດີສຸດ.
ແອັດມິນເພຈ ມິສຢູນີເວີດລາວ ບອກວ່າ ພາບແອັດມິນນຳມາຕອນ ທຸກຄົນໃນມື້ນີ້ຄື ພູມໃຈ ແລະ ດີໃຈແຮງ 😍 ກັບຄວາມເກັ່ງຂອງນ້ອງປ່າເຢັ້ງຊ່າ ລໍ່ ສຳລັບຄວາມ Inter ເຂົ້າຕາຜູ້ກຳກັບ ຢູ່ອາເມຣິກາ.
ນ້ອງໄດ້ຮ່ວມສະແດງເຂົ້າຊີນ Action Movie in USA ເປັນໂຕເອກ ໃນຫນັງໂຄສະນາ ຂອງອາເມຣິກາ ຖືວ່າເປັນຄັ້ງແລກຂອງນ້ອງ ທີ່ໄດ້ເປັນໂຕເອກ ແຕ່ສີມືເກັ່ງສຸດໆ ເຮັດເອົາຜູ້ກຳກັບຈົນອອກປາກຊົມ ວ່າອະນາຄົດໄກແນ່ນອນ ໃນຄວາມເກັ່ງໃນໂຕຂອງນ້ອງ Miss Universe Laos ເຮົາ ປີນີ້.
ຈັ່ງໃດກໍ່ຍິນດີນຳ ແລະຂໍໃຫ້ນຳຊື່ສຽງປະເທດລາວສູ່ສາກົນໃຫ້ໂດ່ງດັງບໍວ່າຈະເປັນເລື່ອງຄວາມງາມ, ຄວາມສາມາດ ແລະໄຫວພິບປະຕິພານ…