• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ສ່ອງຄວາມງາມ ນ້ອງມະນີລັກ ເທບພະວົງ ນາງສາວດອກຄາຍປ່າ 2022 ທັງງາມທັງເກັ່ງ

ຄ່ຳຄືນຂອງວັນທີ 23 ທັນວາ 2022 ຜ່ານມານີ້, ແຂວງຫົວພັນໄດ້ຈັດການປະກວດນາງສາວດອກຄາຍປ່າ ປະຈຳປີ 2022 ຂື້ນຢູ່ຫໍວັດທະນະທຳແຂວງ ພາຍໃຕ້ການເປັນປະທານຂອງທ່ານ ນາງ ໝັ້ນ ເພັງຄະຕິຍະ ກຳມະການພັກແຂວງ, ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫົວພັນ. ເປັນກຽດເຂົ້າຮ່ວມຂອງທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ, ມີ ທ່ານ ອະນຸລັກ ລໍມະນີຈັນ ປະທານບໍລິສັດໄຕບ້ານໂປຣດັກຊັນ ຜູ້ຈັດງານປະກວດ, ມີບັນດາທ່ານການນຳແຂວງ, ພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດບໍລິສັດຫ້າງຮ້ານ, ຫົວໜ່ວຍທຸລະກິດຜູ້ສະໜັບສະໜູນ ແລະ ມວນຊົນເຂົ້າຮ່ວມຊົມຮ່ວມເຊຍຢ່າງຄຶກຄື້ນ.

ການຈັດການປະກວດນາງສາວດອກຄາຍປ່າ 2022 ເປັນກິດຈະກຳໜຶ່ງໃນພິທີຮັບຮອງເອົາດອກຄາຍປ່າເປັນດອກໄມ້ເອກະລັກປະຈຳແຂວງຫົວພັນ, ເພື່ອຄົ້ນຫານ້ອງໆນາງສາວທີ່ພຽບພ້ອມໄປດ້ວຍຄວາມງາມ ແລະ ຄວາມຮູ້ຄວາມສາມາດ, ເປັນຕົວແທນໃຫ້ແກ່ຊາວແຂວງຫົວພັນໃນການໂຄສະນາການທ່ອງທ່ຽວ ໂດຍສະເພາະແມ່ນນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸຣະ ປະຈຳປີ 2022 ທີ່ໝູນວຽນມາຮອດໃນທ້າຍເດືອນທັນວານີ້.

ການປະກວດຄັ້ງນີ້ປະກອບມີນາງສາວທີ່ຜ່ານເຂົ້າປະກວດຈຳນວນ 20 ນ້ອງນາງສາວ ເຊີ່ງຈຳນວນນ້ອງນາງສາວດັ່ງກ່າວແມ່ນໄດ້ເຂົ້າຮ່ວມເດີນແບບ, ສະແດງຄວາມສາມາດ ເພື່ອໃຫ້ກຳມະການຕັດສິນເຂົ້າຮອບ 10 ຄົນ.

ຈາກນັ້ນ, ຄັດເລືອກເອົາ 5 ນ້ອງນາງສາວເພື່ອໄດ້ຕອບຄຳຖາມຈາກກອງປະກວດ.

.

.

ຜົນການແຂ່ງຂັນປະກົດວ່າ ນາງສາວໝາຍເລກ M 19 ນາງ ມະນີລັກ ເທບພະວົງ ໄດ້ຮັບລາງວັນຊະນະເລີດ ຮັບມົງກຸດ, ທຶນການສຶກສາ 5 ລ້ານກີບ,

ຮອງຊະນະເລີດອັນດັບໜຶ່ງໄດ້ແກ່ ໝາຍເລກ M 18 ນາງ ສຸທິດາ ວົງວິໄສ ໄດ້ຮັບລາງວັນເງິນສົດ 3 ລ້ານກີບ ພ້ອມມົງກຸດ,

ຮອງຊະນະເລີດອັນດັບສອງໄດ້ແກ່ ໝາຍເລກ M1 ນາງ ທິດາວັນ ຊ່ອນມີໄຊ ໄດ້ຮັບລາງວັນເງິນສົດ 2 ລ້ານກີບພ້ອມດ້ວຍມົງກຸດ,

ຮອງຊະນະເລີດອັນດັບສາມ ໄດ້ແກ່ໝາຍເລກ M5 ນາງ ຊຸນີ ບາລາມີ

ຮອງຊະນະເລີດອັນດັບສີ່ໄດ້ແກ່ໝາຍເລກ M 13 ນາງ ນ້ຳຝົນ ໄດ້ຮັບລາງວັນເງິນສົດນາງສາວລະ 1,5 ລ້ານກີບ.

ພ້ອມນີ້, ບັນດານ້ອງນາວສາວທີ່ໄດ້ຮັບລາງວັນດັ່ງກ່າວຈະໄດ້ເຂົ້າຮ່ວມເຄື່ອນໄຫວໃນພິທີຮັບຮອງເອົາດອກຄາຍປ່າເປັນດອກໄມ້ປະຈຳແຂວງຫົວພັນ, ພິທີປູກຕົ້ນດອກຄາຍປ່າ, ນຳພາແຂກທ່ຽວຊົມ ພ້ອມເປັນນາງແບບຖ່າຍຮູບກັບດອກຄາຍປ່າ ແລະ ດອກຊາກຸຣະວຽງໄຊ. ພ້ອມນັ້ນ, ຍັງຈະໄດ້ປະກອບສະແດງລະຄອນ, ເອັມວີ ແລະ ກິດຈະກຳອື່ນໆຮ່ວມກັບບໍລິສັດໄຕບ້ານໂປຣດັກຊັນຕື່ມອີກ

ສາວ ມະນີລັກ ເທບພະວົງ ຫຼື ນ້ອງ ໜິງ ຢູ່ບ້ານທາດເມືອງ ເມືອງຊຳເໜືອ,ອາຍຸ 20 ປີ, ນ້ຳໜັກ 50 ສູງ 168 ຊັງຕີແມັດ.

ປັດຈຸບັນນີ້ກຳລັງສຶກສາຢູ່ຄະນະເສດສາດ ແລະ ບໍລິຫານທຸລະກິດ ພາກບໍລິຫານທຸລະກິດທົ່ວໄປ ປີ3

ມະນີລກ ຍັງເປັນຫົວໜ້າທີມບານເຕະຍິງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໃນງານການແຂ່ງຂັນກິລານັກສຶກສາທົ່ວ ມຊ ໃນຄັ້ງທີ12

Leave a Reply

Your email address will not be published. Required fields are marked *