• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ແຂວງຫົວພັນ ປະກາດຮັບຮອງດອກຄາຍປ່າເປັນດອກໄມ້ເອກະລັກຂອງແຂວງ ພ້ອມທັງເປີດງານນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸຣະ ປະຈໍາປີ

ແຂວງຫົວພັນ ໄດ້ຈັດພິທີປະກາດຮັບຮອງດອກຄາຍປ່າເປັນດອກໄມ້ເອກະລັກຂອງແຂວງ ພ້ອມທັງເປີດງານນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸຣະ ປະຈໍາປີ2022 ຈັດຂຶ້ນຢູ່ສວນສາທາລະນະຫົວພັນ-ແທັງຮວ່າ ໃນຕອນເຊົ້າຂອງວັນທີ 25 ທັນວາ 2022 ນີ້ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ, ທ່ານ ໂຄບາຢາກິ ເຄນອີຈິ ເອກອັກຄະລາດຖະທູດຍີ່ປຸ່ນປະຈໍາລາວ, ທ່່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນາທຳ ແລະ ທ່ອງທ່ຽວ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ບັນດາພໍ່ແມ່ປະຊາຊົນຊາວແຂວງຫົວພັນເຂົ້າຮ່ວມນຳ.


ແຂວງຫົວພັນເປັນແຂວງທີ່ມີທີ່ຕັ້ງຄວາມສໍາຄັນທາງປະຫັວດສາດເປັນຖີ່ນກໍາເນີດຂອງສ ປ ປ ລາວ, ເປັນແຂວງທີ່ມີທ່າແຮງດ້ານການທ່ອງທ່ຽວປະຫັວດສາດ, ທໍາມະຊາດ ແລະ ວັດທະນະທໍາເປັນຕົ້ນແມ່ນ:ປະຫັວດສາດເມືອງວຽງໄຊ, ຫີນຕັ້ງຫົວເມືອງ, ພູຜາຖີ່, ບໍ່ນໍ້າຮ້ອນເມືອງຮ້ຽມ, ນ້ໍາຕົກຕາດສະເຫຼີຍ ພ້ອມດຽວກັນສີ່ງທີ່ໂດດເດັ່ນແມ່ນການຕ່ໍາຫູກທໍ່ໄຫມສີໄມ້ລາຍມືອັນປານີດຂອງເອື້ອຍ ນ້ອງແມ່ຍິງຊາວແຂວງຫົວພັນ ນອກນີ້ຍັງມີອາຫານທີ່ເປັນເອກະລັກຂອງຕົນ, ມີວິຖີຊີວິດທີ່ດັ້ງເດີມປະຊາຊົນບັນດາເຜົ່າທີ່ມີມູນເຊື້ອໂອບເອື້ອອາລີຮັກແຂກແພງຄົນ.

ນອກນີ້, ຍັງເປັນແຂວງ ທີ່ມີທີ່ຕັ້ງພູມສັນຖານທີ່ມີຫ້ວຍເລິກພູສູງ, ມີອາກາດຫນາວເຢັນ, ມີຄວາມອຸດົມສົມບູນທາງດ້ານທໍາມະຊາດ, ມີພູຜາປ່າໄມ້ຂຽວສົດງົດງາມຕະຫຼອດປີ ພ້ອມທັງຄວາມສວຍງາມຂອງດອກໄມ້ທໍາມະຊາດຕາມລະດູການຫຼາຍຊະນິດເຊັ່ນ: ດອກບານ, ດອກປີບ, ດອກແຄ, ດອກຝາງແດງ, ດອກຮ້ານ ແລະ ດອກໄມ້ຊະນິດຕ່າງໆ ເດັ່ນກ່ວາຫມູ່ແມ່ນດອກຄາຍປ່າເຊີ່ງມີຄວາມເປັນເອກະລັກສະເພາະ ແລະ ງົດງາມພິເສດເປັນສີບົວຈາງ ແລະ ສີບົວເຂັ້ມມີລັກສະນະຄ້າຍຄືດອກຊາກຸຣະດອກໄມ້ປະຈໍາຊາດຂອງຍີ່ປຸ່ນ ເຊີ່ງພົບເຫັນຫຼາຍກ່ວາຫມູ່ແມ່ນຢູ່ເມືອງຫົວເມືອງ, ເມືອງຊໍາເຫນືອ ແລະ ເມືອງອື່ນໆ.


ໃນໄລຍະຜ່ານມາກໍ່ຄືປະຈຸບັນອຳນາດການປົກຄອງແຂວງຫົວພັນໄດ້ສຸມໃສ່ການພັດທະນາເທດສະບານຕົວເມືອງຊໍາເຫນືອມີຄວາມສວຍສົດງົດງາມ, ເປັນຕົວເມືອງສີຂຽວແບບທໍາມະຊາດ ຄຽງຄູ່ກັບການພັດທະນາບັນດາເມືອງຕ່າງໆພາຍໃນແຂວງ;

ໃນປີ 2008 ທາງແຂວງໄດ້ເລີ້ມປູກດອກຄາຍປ່າ ຫຼື ເອີ້ນວ່າ: “ດອກພັນພະນາ” ປູກເປັນຕົ້ນໄມ້ປະດັບພາຍໃນເທດສະບານຕົວເມືອງຊໍາເຫນືອຈໍານວນ 400 ຕົ້ນ ແລະ ໃນປີ 2010 ກໍ່ໄດ້ມີການປູກເພີ່ມຕາມເສັ້ນທາງເລກ 6 ແຕ່ພູເລົ້າ ຫາ ເທດສະບານຕົວເມືອງຊໍາເຫນືອ-ວຽງໄຊ ແລະ ລຽບຕາມເສັ້ນທາງສະຫນາມບິນ ຫນອງຄ້າງ ແລະ ບ່ອນອື່ນໆທີ່ມີເງື່ອນໄຂ.


ມາຮອດປັດຈຸບັນທົ່ວແຂວງຫົວພັນໄດ້ປູກດອກຄາຍປ່າທັງຫມົດຈໍານວນ 160.552 ຕົ້ນ ຄາດຄະເນ 2023-2025 ຈະປູກເພີ່ມຕື່ມຕາມຈຸດຕ່າງໆໃນ 10 ເມືອງພາຍໃນແຂວງ; ປັດຈຸບັນຕົ້ນດອກຄາຍປ່າ ແລະ ຕົ້ນດອກຊາກຸຣະຈໍານວນຫນື່ງ ໄດ້ອອກດອກເບັ່ງບານສວຍງາມເປັນທີ່ປະທັບໃຈ ແລະ ດຶງດູດແຂກຄົນໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ຽວຊົມເຮັດໃຫ້ກະແສຈາກການທ່ອງທ່ຽວຕ່າງແດນມາເປັນການທ່ອງທ່ຽວພາຍໃນຫຼາຍຂຶ້ນໂດຍສະເພາະແມ່ນການທ່ອງທ່ຽວ“ ລາວ-ທ່ຽວ-ລາວ” ນັກທ່ອງທ່ຽວສ່ວນຫຼາຍແມ່ນສົນໃຈການທ່ຽວຊົມທໍາມະຊາດ, ສໍາພັດອາກາດບໍລິສຸດ;ດອກຄາຍປ່າຈາກທໍາມະຊາດທີ່ມີຄວາມງາມໂດດເດັ່ນ, ມີສະເຫນ່ເປັນເອກະລັກສະເພາະໄດ້ສ້າງຄວາມປະທັບໃຈ ແລະ ໄດ້ກາຍມາເປັນກະແສນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊີ່ງເປັນທ່າແຮງດືງດູດແຂກຄົນໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ຽວຊົມແຂວງຫົວພັນນັບມື້ເພີ່ມຂື້ນ,ເຮັດໃຫ້ແຂວງ ກໍ່ຄືປະຊາຊົນຊາວແຂວງຫົວພັນມີລາຍຮັບເພີ້ມຂື້ນຈາກການຈຳໜ່າຍສີນຄ້າອຸປະໂພກ-ບໍລິໂພກ, ການບໍລິການເຮືອນພັກ-ຮ້ານອາຫານ.

.

.

ໂດຍເຫັນໄດ້ທ່າແຮງ ແລະ ຄວາມສໍາຄັນດັ່ງກ່າວ,ອົງການປົກຄອງແຂວງຫົວພັນຈີ່ງໄດ້ເຫັນດີ ແລະ ຕົກລົງຮັບຮອງເອົາດອກຄາຍ ປ່າເປັນດອກໄມ້ເອກະລັກຂອງແຂວງຫົວພັນ ຜ່ານການເຫັນດີເປັນເອກະພາບຂອງສະພາປະຊາຊົນແຂວງ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງແຂວງຫົວພັນສະບັບເລກທີ796/ຈຂ.ຫພ ລົງວັນທີ 10 ມິຖຸນາ 2022 ເພື່ອເປັນການໂຄສະນາເຜີຍແຜ່ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດຮັບຮູ້.

.


ພ້ອມດຽວກັນນີ້ກໍ່ໄດ້ມີການເປີດງານນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸຣະ ປະຈໍາປີ 2022 ໂດຍບັນດາທ່ານແຂກທີ່ເຂົ້າຮ່ວມງານໄດ້ພ້ອມກັນເຂົ້າຮ່ວມພິທີປູກຕົ້ນຄາຍປ່າຢູ່ສວນສາທາລະນະຫົວພັນ-ກວ້າງນິງ, ທ່ຽວຊົມຕະຫຼາດນັດ, ຊົມຄວາມສວຍສົດງົດງາມຂອງດອກຄາຍປ່າລຽບຕາມສາຍທາງເລກ 6 ແຕ່ຊຳເໜືອຫາວຽງໄຊ ແລະ ເຂົ້າທ່ຽວຊົມສວນດອກຊາກຸຣະ ຢູ່ສວນສາທາລະນະມິດຕະພາບລາວ-ຢີປຸ່ນ ທີ່ເມືອງວຽງໄຊ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຈຳນວນໜຶ່ງຢູ່ເທດສະບານເມືອງວຽງໄຊຕື່ມອີກ.

ໂອກາດນີ້ທ່ານ ແລະ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ, ທ່ານ ໂຄບາຢາກິ ເຄນອີຈິ, ເອກອັກຄະລາດຖະທູດຍີ່ປຸ່ນປະຈໍາລາວ ແລະ ທ່່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນາທຳ ແລະ ທ່ອງທ່ຽວ ໄດ້ຮ່ວມຕັດແຖບຜ້າ, ລັ່ນຄ້ອງ ແລະ ປ່ອຍປຸ້ມເປົ້າເປີດງານຢ່າງເປັນທາງການ.


ຂ່າວ-ພາບ: ໄອແກ້ວ

Leave a Reply

Your email address will not be published. Required fields are marked *