• Sat. Jun 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ປາຕີ້ຕ້ອນຮັບນ້ອງປ່າ Miss Universe Laos 2022 ສຸດຫຼູອາລັງການ

ເອີ້ນວ່າຕອນນີ້ທີມງານ Miss Universe Laos 2022 ໄດ້ເດີນທາງໄປຮອດສະຫະລັດອາເມຣິກາເປັນທີ່ຮຽບຮ້ອຍແລ້ວ ແລະແນ່ນອນ ນ້ອງປ່າເຢັ້ງຊາເປັນ Miss Universe ທີ່ມີສາຍເລືອດມົ້ງພຽງຄົນດຽວໃນກວ່າ 70 ປີທີ່ເປີດເວທີການປະກວດ ມິສຢູນີເວີດ.

No photo description available.

ສະນັ້ນ ເພື່ອເປັນຂວັນ ແລະກຳລັງໃຈແກ່ນ້ອງປ່າເຢັ້ງຊາ ລໍ່ ແລະທີມງານ ພີ່ນ້ອງຊາວມົ້ງທີ່ຢູ່ທາງ ລັດມີເນໂຊຕາແມ່ນໄດ້ຈັດປາຕີ້ນ້ອຍໆເພື່ອຕ້ອນຮັບນ້ອງ ແລະທີມງານໃນໂອກາດທີ່ເດີນທາງໄປປະກວດທີ່ ນີວອໍແລນ.

May be an image of 1 person and standing

ຕອນນີ້ສະຖານທີ່ງານແມ່ນກຽມພ້ອມແລ້ວ ແລະລໍຖ້າແຕ່ນ້ອງປາ ແລະທີມງານໄປຮ່ວມໃນວັນທີ 29 ທັນວານີ້ ເພື່ອພົບປະກັບບັນດາແຟນນນາງງາມທີ່ຕິດຕາມນ້ອງປາມາແຕ່ຕົ້ນໄດ້ໃກ້ຊິດຖ່າຍຮູບ ແລະໂອ້ລົ້ມໃກ້ຊິດ ກ່ອນຈະເຂົ້າເກັບຕົວຮ່ວມກັບກອງປະກວດແມ່.

May be an image of flower and indoor

ນ້ອງປ່າເຢັ້ງຊາ ລໍ່ ບໍ່ແມ່ນເປັນນາງງາມທີ່ໄດ້ຮັບສຽງສະໜັບສະໜູນຈາກພາຍໃນປະເທດເທົ່ານັ້ນ ແຕ່ນ້ອງແມ່ນໄດ້ຮັບສຽງເຊຍຈາກພີ່ນ້ອງ ແລະແຟນນາງງາມຢູ່ຫຼາຍປະເທດ ນັບແຕ່ໄດ້ຮັບຕຳແໜ່ງເປັນ Miss Universe Laos 2022 ນ້ອງແມ່ນໄດ້ຖືກສຳພາດມາຢ່າງຕໍ່ເນື່ອງ ອີງໃສ່ສຽງຮຽກຮ້ອງຈາກສັງຄົມ ໂດຍສະເພາະຊາວມົ້ງທີ່ຫາກໍ່ໄດ້ສາວງາມໜຶ່ງດຽວໄປຂຶ້ນເວທີລະດັບໂລກ.

May be an image of 1 person and standing

ຢ່າງໃດກໍ່ຕາມ ຖ້າພວກເຮົາທຸກຄົນຢາກໃຫ້ນ້ອງໄດ້ເຂົ້າຮອບເລີກໆໃນການປະກວດຢູ່ເວທີໃຫຍ່ຂໍໃຫ້ທຸກຄົນຊ່ວຍກັນໂຫວດໃຫ້ນ້ອງເດີ້

May be an image of table and indoor

ພວກເຮົາທຸກຄົນເປັນກຳລັງໃຈໃຫ້ນ້ອງໄດ້ເປີດປະຕູໃຫ້ລາວ

Leave a Reply

Your email address will not be published. Required fields are marked *