ເອີ້ນວ່າກະແສການໄປເຮັດວຽກຢູ່ເກົາຫຼີແມ່ໄດ້ຮັບຄວາມສົນໃຈພໍສົມຄວນຈາກພີ່ນ້ອງຊາວລາວ ແຕ່ເໜືອຮອດໃຕ້ ຫຼາຍຄົນຢາກໄດ້ແຕ່ໂກຕ້າຮັບມີຈຳກັດ ຈິ່ງກາຍເປັຍຊ່ອງວ່າງໃຫ້ນັກຕົ້ມຕຸນອອກເຄື່ອນໄຫວ ເຊິ່ງຜ່ານມາແມ່ນມີຜູ້ຖືກຈັບແລ້ວຍ້ອນຮັບເງິນນຳປະຊາຊົນມາຫຼາຍແຕ່ບໍສາມາດແລ່ນໃຫ້ເຂົາໄປເຮັດວຽກໄດ້ ແຕ່ກະແສຂ່າວແມ່ນຍັງເຂົ້າບໍເຖິງທຸກຄົນ ເຮັດໃຫ້ສືບຕໍ່ມີຜູ້ຕົກເປັນເຫຍື່ອຢູ່ຍ້ອນຢາກໄປທາງລັດ ແລະຢາກໄວຂຶ້ນ.
ຫຼ້າສຸດນີ້ ທ່ານ ບຸນທ່ຽງ ຣັດຕະນະວົງ ປະທານບໍລິສັດໄອຈ໋ອບ ໜຶ່ງໃນສອງບໍລິສັດທີ່ໄດ້ຮັບອະນຸຍາດຈາກລັດຖະບານໃນການຈັດສົ່ງແຮງງານໄປເຮັດວຽກຢູ່ເກົາຫຼີຕາມລະດູການ ໄດ້ອອກມາເຕືອນໄພ ໃຫ້ລະວັງຖືກຫຼອກລວງໃຫ້ເສຍເງິນ!
ທ່ານລະບຸວ່າ ມີຫຼາຍຄົນຮ້ອງຮຽນມາ ຈຶ່ງຈຳເປັນຕ້ອງເອົາມາລົງ ເພື່ອບໍ່ໃຫ້ມີຄົນເສຍຫາຍ ເນື່ອງຈາກວ່ານາງນີ້ (ຊື່ສຸກ) ໄດ້ເຄື່ອນໄຫວຫຼອກລວງຜູ້ຄົນດ້ວຍການຮຽກເອົາເງິນໂດຍອ້າງວ່າເປັນນ້ອງສາວຂ້ອຍ(ນ້ອງສາວທ່ານບຸນທ່ຽງ) ອ້າງວ່າສາມາດຊ່ວຍຈັດຄົນໄປເຮັດວຽກຢູ່ເກົາຫຼີໄດ້.
ຂໍແຈ້ງໃຫ້ຊາບວ່າ ຂ້ອຍບໍ່ມີນ້ອງສາວຂ້ອຍມີແຕ່ນ້ອງຊາຍ, ຂ້ອຍບໍ່ຮູ້ຈັກກັບຄົນໆນີ້ ແລະ ຂໍບອກໃຫ້ຊາບວ່າການຈັດແຮງງານໄປເຮັດວຽກຢູ່ເກົາຫຼີນັ້ນ ທາງກະຊວງແຮງງານຫ້າມບໍ່ໃຫ້ເກັບເງິນຈາກແຮງງານລ່ວງຫນ້າ. ຖ້າມີການຮຽກເກັບເງິນລ່ວງຫນ້າ ຫຼື ມີຂໍ້ສົງໄສ ສາມາດຕິດຕໍ່ສອບຖາມນຳກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫຼື ສອບຖາມຂ້ອຍໄດ້ 02055552424 ບຸນທ່ຽງ.
ບໍ່ໝົດເທົ່ານັ້ນ ຍັງມີເຟສບຸກປອມເກີດຂຶ້ນ ໂດຍອ້າງໃນທຳນອງວ່າເປັນ ່ທານບຸນທ່ຽງໄປຂໍໂທດ ຜູ້ທີ່ອ້າງຕົວວ່າເປັນນ້ອງສາວຄື ນາງ ສຸກນັ້ນເອງ ໄດ້ສ້າງເຟສປອມ ເພື່ອນຳໄປຕົວະເຫຍື່ອຂອງລາວໃຫ້ຫຼົງເຊື່ອ ວ່າແມ່ນຂ້ອຍມາຂໍໂທດລາວ ແຕ່ຂໍບອກວ່າເຟສບຸກຊື່ BT BT ນີ້ແມ່ນເຟສປອມເດີ ຈຸດສັງເກດ ຖ້າແມ່ນເຟສແທ້ຈະຮີບປິດເຮັດຫຍັງ. ເຟສບຸກນີ້ແມ່ນນາງ ສຸກ ສ້າງຂຶ້ນ ແຕ່ຕອນນີ້ປິດໄປແລ້ວ.
ທ່ານບຸນທ່ຽງຍັງແຈ້ງເຖິງຜູ້ເສຍຫາຍທ່ານໃດຢາກໄດ້ເງິນຄືນໄວ ໃຫ້ໄປແຈ້ງຄວາມນຳຕຳຫຼວດແລ້ວເອົາໃບແຈ້ງຄວາມມາໃຫ້ເພິ່ນເອງ ທະນາຍຄວາມຈະດຳເນີນການຕໍ່ໃຫ້
ສ່ວນທີ່ໄປທີ່ມາແນວໃດນັ້ນຕິດຕາມແລງມື້ນີ້ 26 ທັນວາ 2022.