ໜັງສືພິມປະຊາຊົນລາຍງານວ່າ: ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງການປະຕິຮູບທະນາຄານທຸລະກິດລັດ 2 ແຫ່ງຄື: ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 23 ທັນວາ ນີ້, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານໄດ້ຍົກໃຫ້ເຫັນວ່າ: ການປະຕິຮູບທະນາຄານທຸລະກິດລັດ 2 ແຫ່ງດ້ວຍການອອກພັນທະບັດແກ້ໄຂບັນຫາ ຊຶ່ງທັງໝົດໄດ້ອອກພັນທະບັດທະນາຄານທັງ 2 ທຸລະກິດນີ້ເປັນຈຳນວນເງິນ 9.280,88 ຕື້ກີບ. ໃນນັ້ນທະນາຄານແຫ່ງ ສປປ ລາວ ກໍໄດ້ຮັບຊື້ເອົາພັນທະບັດດັ່ງກ່າວໃນປີ 2021 ຈໍານວນ 2.153,29 ຕື້ກີບ, ໃນທ້າຍປີ 2021 ຍັງເຫຼືອ 7.127,59 ຕື້ກີບ. ສຳລັບການປັບປຸງໂຄງສ້າງທະນາຄານທຸລະກິດ 2 ແຫ່ງນີ້ມັນມີຄວາມຈຳເປັນທີ່ຕ້ອງໄດ້ແກ້ໄຂບັນຫາໜີ້ສິນ ເນື່ອງຈາກມັນເປັນຊັບສິນຂອງປະຊາຊົນ ເປັນເງິນຝາກຂອງປະຊາຊົນທີ່ນໍາມາຝາກກັບທະນາຄານທຸລະກິດດັ່ງກ່າວ ແລະ ສປປ ລາວ ໃນການປະຕິບັດແກ້ໄຂປັບປຸງໂຄງສ້າງຂອງ 2 ທະນາຄານທຸລະກິດນັ້ນກໍບໍ່ໄດ້ແຕກຕ່າງໄປຈາກບັນດາປະເທດທີ່ກຳລັງພັດທະນາ ແລະ ປະເທດພັດທະນາແລ້ວ.
ໂດຍທົ່ວໄປວຽກງານຂະແໜງການທະນາຄານ ຊຶ່ງເປັນຫົວໜ່ວຍທີ່ລະດົມແຫຼ່ງທຶນມາຈາກປະຊາຊົນມີຄວາມອ່ອນໄຫວ ແລະ ຈຳເປັນຕ້ອງໄດ້ແກ້ໄຂເຮັດໃຫ້ຊັບສິນຂອງປະຊາຊົນບໍ່ໃຫ້ສູນເສຍຫາຍ, ວິທີການແກ້ໄຂຈະຕ້ອງໄດ້ຫັນເອົາໜີ້ສິນຂອງທະນາຄານທຸລະກິດດັ່ງກ່າວ ໜີ້ທີ່ບໍ່ເກີດດອກອອກຜົນໄປບໍລິຫານແຍກອອກໄປຕ່າງຫາກຈຶ່ງຊິມີຜູ້ລົງທຶນລາຍໃໝ່ເຂົ້າມາລົງທຶນ, ສະນັ້ນ ປະຕິບັດຕາມການຄົ້ນຄວ້າຂອງຄະນະຮັບຜິດຊອບໂດຍພື້ນຖານມີກະຊວງການເງິນ, ທຫລ ໄດ້ລາຍງານຂໍທິດຊີ້ນຳຈາກລັດຖະບານໄດ້ຫັນທະນາຄານທຸລະກິດນີ້ໂດຍທີ່ລັດໄດ້ຂາຍຮຸ້ນ 70% ຍັງຖືໄວ້ 30%.
ອັນສະເພາະຂອງທະນາຄານສົ່ງເສີມກະສິກຳແມ່ນໄດ້ເຊັນສັນຍາຮ່ວມທຶນກັບ ບໍລິສັດ ພົງຊັບທະວີກໍ່ສ້າງຂົວທາງ ໂດຍກະຊວງການເງິນອອກພັນທະບັດລວມຈຳນວນ 3.927,59 ຕຶ້ກີບ, ພັນທະບັດມີອາຍຸ 4-12 ປີ ອັດຕາດອກເບ້ຍ 2,5%-5% ແລ້ວແຕ່ປະເພດອາຍຸພັນທະບັດຈຳນວນເງິນດັ່ງກ່າວໄດ້ລ້າງຂາດທຶນສະສົມຮອດທ້າຍປີ 2020 ຈຳນວນ 2.859 ຕື້ກີບ ປະກອບສ່ວນເຂົ້າຄັງສະຫວັດດີການ-ສັງຄົມຈຳນວນ 97,99 ຕື້ກີບ, ລ້າງໜີ້ລູກຄ້າເງິນກູ້ບາງສ່ວນໃນໃບລາຍງານຖານະການເງິນຈຳນວນ 487,75 ຕື້ກີບ, ລ້າງຂາດທຶນໃນປີ 151 ຕື້ກີບ ແລະ ເພີ່ມທຶນຈົດທະບຽນໃຫ້ຄົບຕາມກົດໝາຍ 500 ຕື້ ຊຶ່ງຍັງຂາດ 331,31 ຕື້ກີບແມ່ນໄດ້ປະກອບທຶນເຂົ້າໃຫ້ຄົບ.
ສຳລັບທະນາຄານພັດທະນາລາວໄດ້ເຊັນສັນຍາຮ່ວມທຶນລະຫວ່າງລັດຖະບານຕາງໜ້າໂດຍກະຊວງການເງິນ ແລະ ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ໂດຍກະຊວງການເງິນອອກພັນທະບັດລວມ 5.300,29 ຕື້ກີບ, ອາຍຸ 4-12 ປີ ອັດຕາດອກເບ້ຍ 2,5%-5% ພັນທະບັດດັ່ງກ່າວນໍາໃຊ້ເພື່ອລ້າງຂາດທຶນສະສົມ 4.189,16 ຕື້ກີບ, ທົດແທນໜີ້ບໍ່ເກີດດອກອອກຜົນ 827,20 ຕື້ກີບ, ໃຫ້ຄັງສະຫວັດດີການ-ສັງຄົມທີ່ໄດ້ຫັກໄວ້ແຕ່ຍັງບໍ່ທັນພຽງພໍ 103,13 ຕື້ກີບ ແລະ ເພີ່ມທຶນຈົດທະບຽນໃຫ້ຄົບ 500 ຕື້ກີບ ຕາມກົດໝາຍກ່ຽວຂ້ອງຈຳນວນ 272,13 ຕື້ກີບ. ເຫດຜົນໃນການອອກພັນທະບັດເວລາປັບປຸງໂຄງສ້າງຕ້ອງອັດສີດສະພາບຄ່ອງນີ້ເຂົ້າໄປເພື່ອໃຫ້ທະນາຄານທຸລະກິດດັ່ງກ່າວສາມາດເຄື່ອນໄຫວໄດ້.