ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໂອ້ລົມ ຕໍ່ກອງປະຊຸມການນຳລະດັບສູງກ່ຽວກັບການຫັນເປັນດີຈິີຕອນ ແຫ່ງຊາດໃນວັນທີ 23 ທັນວາ ນີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງມີ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສືສານ, ມີການນຳພັກ-ລັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມການນໍາລະດັບສູງກ່ຽວກັບການຫັນເປັນດີຈີຕອນແຫ່ງຊາດຄັ້ງນີ້ເປັນວາລະໜຶ່ງໃນງານສັບປະດາດີຈີຕອນລາວ ປະຈໍາປີ 2022 ທີ່ຈັດຂຶ້ນໃນລະຫວ່າງວັນທີ 21-25 ທັນວາ 2022. ກອງປະຊຸມດັ່ງກ່າວ ດໍາເນີນພາຍໃຕ້ຄຳຂັວນ: “ການຮ່ວມມືທົ່ວສັງຄົມ ເພື່ອການຫັນເປັນດີຈິີຕອນ ຂອງ ສປປ ລາວ” ໂດຍສະເພາະສຸ່ມໃສ່ການຫັນເປັນດີຈິີຕອນຂອງທຸກອົງການປົກຄອງ ແລະ ທຸກຂະແໜງການ. ຈຸດປະສົງຂອງກອງປະຊຸມແມ່ນສ້າງກາລະໂອກາດໃຫ້ການນໍາລະດັບສູງຂອງທຸກພາກສ່ວນໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານຫັນເປັນດີຈີຕອນຂອງພາກສ່ວນຕົນ ຊຶ່ງຜູ້ເຂົ້າຮ່ວມຍັງໄດ້ຜັດປ່ຽນກັນນຳສະ ເໜີ ແລະ ລາຍງານສະພາບການພັດທະນາຫັນເປັນດີຈີຕອນຂອງຂະແໜງການຕົນ, ພິເສດໄດ້ມີຕາງໜ້າຈາກກະຊວງຖະແຫຼງຂ່າວ ແລະ ການສື່ສານຂອງ ສສ ຫວຽດນາມ ເຂົ້າຮ່ວມນຳສະເໜີບົດຮຽນ ແລະ ແຜນການພັດທະນາການຫັນເປັນດີຈີຕອນຂອງຫວຽດນາມ.
ໃນການໂອ້ລົມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃນການຫັນເປັນດີຈີຕອນຂອງປະເທດເຮົາທີ່ຈະຕ້ອງໄດ້ເອົາໃຈໃສ່ທິດທາງວຽກງານຕົ້ນຕໍຄື: ບຸກທະລຸທາງດ້ານຈິນຕະນາການ ເພື່ອສ້າງຄວາມສຳນຶກທີ່ເປັນເອກະພາບ, ເສີມຂະຫຍາຍບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງລັດ, ສົ່ງເສີມການມີສ່ວນຮ່ວມທຸກອົງການຈັດຕັ້ງທາງດ້ານການເມືອງ-ສັງຄົມ, ປູກຈິດສຳນຶກໃຫ້ແກ່ຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນ ເຫັນໄດ້ຄວາມສຳຄັນອັນຮີບດ່ວນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ ໃນການຫັນເປັນດີຈີຕອນ, ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນະພາບສູງເພື່ອຮອງຮັບການຫັນເປັນດີຈີຕອນຂອງປະເທດເຮົາ.
ເອົາໃຈໃສ່ຍົກລະດັບ ແລະ ປັບປຸງເນື້ອໃນການສຶກສາ ແລະ ການຝຶກອົບຮົມເພື່ອໃຫ້ນັກຮຽນ, ນັກສຶກສາເຂົ້າເຖິງແຫຼ່ງຄວາມຮູ້ທາງດ້ານດີຈີຕອນ, ມີຫົວຄິດປະດິດສ້າງ ແລະ ມີການພັດທະນາໃຫ້ທັນກັບຄວາມກ້າວ ໜ້າຂອງເຕັກໂນໂລຊີທີ່ປ່ຽນແປງຢູ່ສະເໝີ; ສົ່ງເສີມການຮຽນຮູ້ທັກສະທາງດ້ານເຕັກໂນໂລຊີດີຈີຕອນຂັ້ນພື້ນຖານ ແລະ ພາສາຕ່າງປະເທດເຂົ້າໃນຫຼັກສູດການສຶກສາລະດັບສາມັນທົ່ວໄປ, ພັດທະນາພື້ນຖານໂຄງລ່າງທີ່ສຳຄັນຈຳນວນໜຶ່ງ ເພື່ອສ້າງຄວາມອາດສາມາດ ແລະ ຄວາມເຂັ້ມແຂງ ໃຫ້ແກ່ການຫັນເປັນດີຈີຕອນ, ເປັນຕົ້ນແມ່ນ ປັບປຸງອິນເຕີເນັດຄວາມໄວສູງ ໃຫ້ມີຄຸນະພາບໃນຂອບເຂດທົ່ວປະເທດ ໂດຍການຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດ ແລະ ວິສາຫະກິດເອກະຊົນມີສ່ວນຮ່ວມໃນການສ້າງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ໂຄງລ່າງພື້ນຖານອື່ນສຳລັບການຫັນເປັນດີຈິີຕອນແຫ່ງຊາດ;
ສ້າງ ແລະ ພັດທະນາສູນຂໍ້ມູນແຫ່ງຊາດ ເພື່ອນຳໃຊ້ຮ່ວມກັນຂອງທຸກອົງການຈັດຕັ້ງພັກ-ລັດ ໂດຍເຊື່ອມໂຍງກັບບັນດາສູນຂໍ້ມູນຂອງທ້ອງຖິ່ນ, ຮັບປະກັນຄວາມໝັ້ນຄົງ ແລະ ປອດໄພຂອງລະບົບຂໍ້ມູນ ທັງຂອງພາກລັດ ແລະ ເອກະຊົນ, ເອົາໃຈໃສ່ພັດທະນາອຸດສາຫະກຳເຕັກໂນໂລຊີເປັນບຸລິມະສິດ ແລະ ເປັນຈຸດສຸມເພື່ອເຮັດໃຫ້ຂະແໜງການອຸດສາຫະກຳການຜະລິດ ແລະ ການບໍລິການທີ່ເປັນອົງປະກອບສຳຄັນຂອງເສດຖະກິດປະເທດເຮົາມີການຂະຫຍາຍຕົວຢ່າງແຂງແຮງ; ສຸມໃສ່ພັດທະນາຂະແໜງການ ທີ່ມີຄວາມພ້ອມສູງ ແລະ ເປັນບຸລິມະສິດ ເປັນຕົ້ນແມ່ນອຸດສາຫະກຳເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ, ເອເລັກໂຕຣນິກ, ໂທລະຄົມມະນາຄົມ, ຄວາມປອດໄພທາງໄຊເບີ, ໂຮງງານຜະລິດແບບອັດຕະໂນມັດ, ການທະນາຄານເອເລັກໂຕຣນິກ, ການຄ້າທາງເອເລັກໂຕຣນິກ, ກະສິກຳດິີຈິີຕອນ, ການທ່ອງທ່ຽວດີຈິີຕອນ, ວັດທະນະທຳດີຈີຕອນ, ສາທາລະນະສຸກດີຈີຕອນ, ການສຶກສາ ແລະ ຝຶກອົບຮົມດິີຈິີຕອນ, ຊຸກຍູ້ການຫັນເປັນດີຈີຕອນຢູ່ໃນບັນດາອົງການຈັດຕັ້ງພັກ, ລັດ ເພື່ອຍົກລະດັບການຄຸ້ມຄອງບໍລິຫານ ແລະ ບໍລິການຂອງບັນດາອົງການຈັດຕັ້ງຕ່າງໆໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງ;
ເອົາໃຈໃສ່ຊີ້ນຳ-ນຳພາການຫັນເປັນດີຈີຕອນຢ່າງຕັ້ງໜ້າຢູ່ໃນບັນດາອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງທາງການເມືອງ-ສັງຄົມ ໃຫ້ມີຄວາມເປັນເອກະພາບ; ເອົາໃຈໃສ່ສົ່ງເສີມ ແລະ ຂະຫຍາຍການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນເພື່ອຍາດແຍ່ງເອົາບົດຮຽນ, ຄວາມຮູ້ ແລະ ການລົງທຶນຈາກຕ່າງປະເທດມາພັດທະນາການຫັນເປັນດີຈິີຕອນ ຂອງ ສປປ ລາວ; ດຶງດູດ ແລະ ຍາດແຍ່ງ ການນຳໃຊ້ຊັບພະຍາກອນຈາກຕ່າງປະເທດ ແລະ ສາກົນຢ່າງມີປະສິດທິພາບເພື່ອສະໜັບສະ ໜູນການຄົ້ນຄວ້າເຕັກໂນໂລຊີ, ການປະດິດນະວັດຕະກຳ, ການດຳເນີນທຸລະກິດຂອງຜູ້ປະກອບການສະຕາດອັບ ແລະ ການຖ່າຍທອດເຕັກໂນໂລຊີໃຫ້ແກ່ຄົນລາວ.
ທ່ານປະທານປະເທດເນັ້ນຕື່ມວ່າ: ການຫັນເປັນດີຈີຕອນເປັນກະແສຟອງໃນທົ່ວໂລກໃນຍຸກແຫ່ງການປະຕິວັດອຸດສາຫະກຳຄັ້ງທີ 4 ຫຼື ເອີ້ນຫຍໍ້ວ່າຍຸກອຸດສາຫະກຳ 4.0. ສປປ ລາວ ຂອງພວກເຮົາມີຄວາມຈຳເປັນຕ້ອງຫັນເປັນດີຈິີຕອນເພື່ອພັດທະນາປະເທດໃຫ້ທັນກັບກະແສຟອງຂອງຍຸກສະໄໝປັດຈຸບັນ. ຖ້າພວກເຮົາບໍ່ຫັນປ່ຽນ, ຖ້າພວກເຮົາຊັກຊ້າຈະເຮັດໃຫ້ການພັດທະນາປະເທດເຮົາຫຼ້າຊ້າ ແລະ ທົດຖອຍລົງ, ຈະເຮັດໃຫ້ພວກເຮົາເສຍກາລະໂອກາດ ແລະ ກາຍເປັນປະເທດທີ່ຫຼ້າຫຼັງ. ສະນັ້ນ ພວກເຮົາຈະຕ້ອງພ້ອມກັນຕັດສິນໃຈ ດຳເນີນພາລະກຳປະຫວັດສາດທີ່ສຳຄັນດັ່ງກ່າວເພື່ອພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຕາມແນວທາງຂອງພັກເຮົາວາງໄວ້. ຢາກເຮັດໄດ້ຄືແນວນັ້ນ, ກ່ອນອື່ນໝົດຄະນະພັກ ແລະ ອົງການປົກຄອງທຸກຂັ້ນຕ້ອງນຳພາ-ຊີ້ນຳການຫັນເປັນດິີຈິີຕອນໃນຂົງເຂດຂອງຕົນ ໃຫ້ປະສົບຜົນສຳເລັດເປັນຢ່າງດີ; ສະພາແຫ່ງຊາດ ເປັນເຈົ້າການສ້າງ ແລະ ປັບປຸງບັນດານິຕິກຳ ຕິດພັນກັບການພັດທະນາເສດຖະກິດດີຈິີຕອນ ພ້ອມທັງຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດ ໝາຍຂອງ ສປປ ລາວ. ລັດຖະບານເປັນເຈົ້າການໃນການຄົ້ນຄວ້າຜັນຂະຫຍາຍແຜນຍຸດທະສາດການພັດທະນາເສດຖະກິດດິີຈິີຕອນໃຫ້ເປັນນິຕິກຳ, ເປັນແຜນພັດທະນາ, ໂຄງການ ແລະ ຈັດຕັ້ງປະຕິບັດຕາມຄວາມເໝາະສົມ.
(ຂ່າວ-ພາບ: ສຳນານ)