ຂ່າວສານ ຮສສ ລາຍງານວ່າ: ໃນວັນທີ 5 ກັນຍາ 2022 ທີ່ສະຖາບັນພັດທະນາກຳມະບານ ນະຄອນຫຼວງວຽງຈັນ, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ສູນກາງສະຫະພັນກຳມະບານລາວ ແລະ ບໍລິສັດ ສະຫວັນ ບໍລິການຈັດຫາງານ ຈຳກັດ ໄດ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈແກ່ແຮງງານທີ່ໄດ້ລົງທະບຽນ ໄປເຮັດວຽກຕາມລະດູການ ຢູ່ ສ.ເກົາຫຼີ.
ຕາງໜ້າໃຫ້ກະຊວງ ຮສສ ແມ່ນທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ, ກະຊວງ ຮສສ, ມີຕາງຫນ້າສູນກາງສະຫະພັນກຳມະບານລາວ ແລະ ມີຮອງອຳນວນການບໍລິສັດສະຫວັນ ບໍລິການ ຈັດຫາງານ ຈໍາກັດ ພ້ອມວິຊາການກ່ຽວຂ້ອງເຂົ້າຮ່ວມ.
ເນື່ອງຈາກເມື່ອບໍ່ດົນມານີ້ໄດ້ມີຜູ້ສະໝັກຈຳນວນໜຶ່ງໄດ້ມາຮຽກຮ້ອງຕໍ່ວ່າບໍລິສັດສະຫວັນບໍລິການ ຈັດຫາງານ ເນື່ອງຈາກວ່າ ລົງທະບຽນແລ້ວ ບໍ່ມີລາຍຊື່ອອກໄປເຮັດວຽກ ແລະ ຢາກມາຂໍຖອນເງີນຄືນ, ອັນໄດ້ສ້າງຄວາມສັບສົນໃຫ້ກັບຫຼາຍໆຄົນທີ່ລົງທະບຽນໄປກ່ອນໜ້ານັ້ນ ແລະ ຕໍ່ກັບປະເດັນດັ່ງກ່າວ, ທ່ານ ນາງ ວັນນີ ແກ້ວໄຊຍະວົງ ກໍໄດ້ອະທິບາຍເພີ່ມເຕີມກ່ຽວກັບ ເງື່ອນໄຂຂອງການລົງທະບຽນ ສະໝັກໄປເຮັດວຽກຕາມລະດູການ ຢູ່ ສ.ເກົາຫຼີ ລວມທັງລະບຽບໃນການຈັດສົ່ງ, ພ້ອມທັງ ຊີ້ແຈງບາງເງື່ອນໄຂຄວາມຕ້ອງການທີ່ຕະຫຼາດແຮງງານຂອງ ສ.ເກົາຫຼີ ຮັບແຮງງານຈາກ ສປປລາວ.
ດັ່ງນັ້ນ ຜູ້ທີ່ລົງທະບຽນກ່ອນແລ້ວ ຫາກມີຄວາມຕ້ອງການເງິນຄືນ ແມ່ນໃຫ້ມາລົງທະບຽນກັບໜ່ວຍງານທີ່ກ່ຽວຂ້ອງ ແລະ ພາຍຫຼັງສັງລວມໄດ້ແລ້ວ ແມ່ນຈະແຈ້ງໃຫ້ຜູ້ລົງທະບຽນມາຮັບເງິນຄືນ. ໃນຕໍ່ຫນ້າ ຖ້າຕ້ອງການທີ່ຈະໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ ກໍສາມາດມາລົງທະບຽນຄືນໃຫມ່ ກັບກົມການຈັດຫາງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ.