• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ສາວບຸນ ຫຼາຍຄົນອາດຍັງບໍ່ຮູ້ຈາກນັກກິລາ ສູ່ນາງສາວລາວແຫ່ງຍຸກສະໄໝ2022 ຄວາມສາມາດມາເຕັມ

ກ່ອນອື່ນແອັດມິນຂໍສະແດງຄວາມຍິນດີ ແລະ ຄວາມອົດທົນ ລວມເຖິງຄວາມສາມາດຂອງ ສາວ ພຸດທະສອນ ພູນວິໄລ ຫຼື ນ້ອງ ບຸນ ນັກສຶກສາໜ້າຫວານ ຈາກ ວິທະຍາໄລ ສຸກສະຫວັດ ທີ່ກ່ອນໜ້ານີ້ເຄີຍເປັນນັກກິລາບານສົ່ງ ລົງແຂ່ງຂັນບານສົ່ງຫາດຊາຍ ໃນປີ 2020 ສາມາດສ້າງຜົນງານໂດດເດັ່ນ ແລະ ສ້າງສີສັນໃຫ້ກັບງານບານສົ່ງຊີງຂັນ ສະຫະພັນບານສົ່ງແຫ່ງຊາດ ໃນປີ 2020 ທີ່ຜ່ານມາ.

ຫຼ້າສຸດ ສາວ ບຸນພູນວິໄລ ກໍໄດ້ເຂົ້າຮ່ວມປະກວດໃນເວທີນາງສາວລາວ 2022 ( Miss Laos 2022 ) ໝາຍເລກ ML27 ສາມາດຕິດ 1 ໃນ 30 ຄົນສຸດທ້າຍ ຈົນຫຼ້າສຸດອີກຄັ້ງໜຶ່ງ ສາວບຸນ ສາມາດຄວ້າລາງວັນ ນາງສາວແຫ່ງຍຸກສະໄໝ ໄປຄອງໃນເວທີດັ່ງກ່າວ ພ້ອມຮັບເງິນລາງວັນ 5 ລ້ານກີບ ສົມກັບການເຂົ້າຮ່ວມກອງປະກວດດັ່ງກ່າວທີ່ໄດ້ມີການເກັບຕົວ ແລະ ຮ່ວມກິດຈະກໍາຕ່າງໆຕະຫຼອດຫຼາຍເດືອນທີ່ຜ່ານມາ ຈົນໃນທີ່ສຸດນ້ອງກໍປະສົບຜົນສໍາເລັດຂໍສະແດງຄວາມຍິນດີນໍາ.

ນອກນັ້ນ, ນ້ອງ ບຸນ ພຸດທະສອນ ພູນວິໄລ ຍັງມີຄວາມສາມາດໃນການສະແດງຮູບເງົາສັ້ນ ( Actress – singer ) ຈາກສັງກັດ SNtertainment ອີກດ້ວຍ

Leave a Reply

Your email address will not be published. Required fields are marked *