• Thu. Jun 1st, 2023

Lao Sport Update

ຮອບດ້ານວົງການກິລາ

H2H ທີມຊາດລາວ ຊຸດໃຫຍ່ ໜ້າເປັນຫ່ວງເສຍໃຫ້ກັບ ມາເລເຊຍ ທັງໝົດ, ຄືນນີ້ຜົນຈະເປັນແບບໃດ…

ພາຍຫຼັງທີ່ ທີມຊາດລາວ ຊຸດໃຫຍ່ ລົງສະໜາມນັດທໍາອິດເສຍໃຫ້ກັບ ທີມຊາດຫວຽດນາມ 6-0 ໃນລາຍການຊີງແຊັມອາຊຽນ ຫຼື AFF Mitsubishi Electric Cup 2022 ປະຈໍາວັນທີ 21 ທັນວາ 2022 ໂດຍນັດດັ່ງກ່າວທີມຊາດລາວ ໄດ້ຫຼິ້ນໃນບ້ານທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ຫຼ້າສຸດມືນີ້ວັນທີ 24 ທັນວາ 2022 ທີມຊາດລາວ ມີນັດບຸກໄປຢາມ ມາເລເຊຍ

ໂດຍສະຖິຕິການພົບກັນລະຫວ່າງທີມຊາດລາວ ກັບ ມາເລເຊຍ ຖືວ່າ ມາເລເຊຍ ເໜືອຫຼາຍໃນລາຍການນີ້ ເຄີຍພົບກັນມາ 4 ຄັ້ງໃນນັບແຕ່ປີ 2004-2020 ປາກົດວ່າ: ມາເລເຊຍ ຊະນະໄດ້ທັງໝົດ ( ເບິ່ງລາຍລະອຽດໄດ້ທີ່ຄລີບລຸ່ມນີ້ )

ສໍາລັບພາລະກິດຕໍ່ໄປຂອງ ທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມແຂ່ງຂັນໃນລາຍການ AFF Mitsubishi electric Cup 2022 ໂດຍຕາຕະລາງແຂ່ງຂັນຂອງທີມຊາດລາວ ມີດັ່ງນີ້:
-ວັນທີ 27 ທັນວາ 2022 ທີມຊາດລາວ ພົບກັບ ສິງກະໂປ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16
-ວັນທີ 30 ທັນວາ 2022 ທີມຊາດມຽນມາ ພົບ ລາວ ທີ່ມຽນມາ

Leave a Reply

Your email address will not be published. Required fields are marked *