ພິທີເປີດການຊ້ອມຮົບຮ່ວມ ກຳລັງຕີພິເສດ ລາວ-ຫວຽດນາມ ພາຍໃຕ້ລະຫັດ “ສາຍຟ້າແມບ 01” ປະຈຳປີ 2022 ໄດ້ໄຂຂຶ້ນ ໃນວັນທີ 5 ກັນຍາ 2022 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ ແຂວງຊຽງຂວາງ, ສະຫາຍ ພັນເອກ ຮວາງມຸ້ງເຊີນ ຫົວໜ້າກອງບັນຊາການເຫຼົ່າຮົບຕີພິເສດກອງ ທັບປະຊາຊົນຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ໄດ້ກ່າວ ໃນພິທີເປີດການຊ້ອມຮົບຮ່ວມ ຂອງ ສອງກຳລັງຕີພິເສດ ລາວ-ຫວຽດນາມ ຢ່າງເປັນທາງ ການ ວ່າ: ການຊ້ອມຮົບພາຍໃຕ້ ລະຫັດ“ສາຍຟ້າແມບ 01” ປະຈຳປີ 2022 ກໍເພື່ອເປັນການເສີມສ້າງມິດຕະພາບການຮ່ວມມືລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະແມ່ນສອງເຫຼົ່າຮົບຕີພິເສດຂອງກອງທັບປະຊາຊົນລາວ-ຫວຽດນາມ ໃຫ້ນັບມື້ເພີ່ມທະວີໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ໂດຍສະເພາະແມ່ນການ ຮ່ວມມືດ້ານການທະຫານ, ສ້າງຄວາມເຊື່ອໝັ້ນ ແລະ ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານປ້ອງກັນຊາດ.
ສະນັ້ນ, ການຊ້ອມຮົບ ຮ່ວມລະຫວ່າງສອງກຳລັງຕີພິ ເສດແມ່ນມີຄວາມຈຳເປັນ ແລະ ສຳຄັນຢ່າງຍິ່ງເປັນການຍົກລະ ດັບວິຊາສະເພາະ, ພັດທະນາກຳ ລັງ, ເພີ່ມທະວີຄວາມເຂັ້ມແຂງຮອບດ້ານໃຫ້ແກ່ສອງກອງທັບໃຫ້ກ້າວຂຶ້ນຕາມທິດທາງແຜນນະໂຍບາຍຂອງພັກ. ການຊ້ອມຮົບຮ່ວມພາຍໃຕ້ ລະຫັດ “ສາຍຟ້າແມບ 01” ໄດ້ ປະຕິບັດແຕ່ວັນທີ 5-17 ກັນ ຍາ 2022 ພາຍໃຕ້ຫົວບົດຫັດແອບ “ວ່າດ້ວຍວຽກງານການກະກຽມ ແລະ ເຄື່ອນໄຫວສູ້ຮົບບຸກໂຈມຕີກຸ່ມກະບົດພາຍໃນ” ໂດຍເລັ່ງໃສ່ເປົ້າໝາຍການນຳໃຊ້ກຳລັງຕີພິເສດ 1 ກອງພັນປະຕິບັດໜ້າທີ່ເຄື່ອນໄຫວສູ້ຮົບຢູ່ເທິງພື້ນທີ່ພູມີປະເທດ ແລະ ດິນຟ້າອາກາດທີ່ມີການປ່ຽນແປງ, ທັງເປັນການອົບຮົມໃຫ້ນາຍ ແລະ ພົນທະຫານຮູ້ຈັກການນຳໃຊ້ອາວຸດກະທັດຮັດເບົາບາງເຂົ້າໃນການປະຕິບັດໜ້າທີ່ສູ້ຮົບຢ່າງຊຳນິຊຳນານ.
ໂອກາດນີ້, ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ຍັງໄດ້ ຮຽກຮ້ອງໃຫ້ນາຍ ແລະ ພົນ ທະຫານສອງກອງທັບ ລາວ-ຫວຽດນາມ ຈົ່ງພ້ອມກັນຍົກສູງຄວາມເປັນເຈົ້າການ, ຄວາມຮັບ ຜິດຊອບຂອງຕົນ, ຮັດແໜ້ນ ຄວາມສາມັກຄີບົນຈິດໃຈເພີ່ມພູນຄູນສ້າງ, ສົ່ງເສີມສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ, ປະຊາຊົນສອງຊາດ ລາວ-ຫວຽດນາມ ມີຄວາມພາກພູມໃຈ ແລະ ກຽມຕ້ອນຮັບຜົນງານແຫ່ງໄຊຊະນະຂອງ “ສາຍຟ້າແມບ 01” ຢ່າງເປັນຂະບວນຟົດຟື້ນ. ໂດຍ: ເພັດ ສົມນໍວັນ