• Thu. Jun 1st, 2023

Lao Sport Update

ຮອບດ້ານວົງການກິລາ

ສາທຸ ຄົ້ນພົບພຣະພຸດທະຮູບເກົ່າແກ່ ບ້ານໂນນອຸດົມ ເມືອງອຸທຸມພອນ

ຄົ້ນພົບພຣະພຸດທະຮູບເກົ່າແກ່ ໃນວັນທີ 22/12/2022.
ຕອນບ່າຍ ວັນທີ 22 ທັນວາ 2022 ໄດ້ມີປະຊາຊົນຢູ່ ບ້ານໂນນອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຂຸດພົບພຣະພຸດທະຮູບ ທັງອົງໃຫຍ່ແລະອົງນ້ອຍ ຢູ່ໃນເຂດດິນຂອງຕົນເອງ

ດັ່ງນັ້ນ ທາງຫນ່ວຍງານຂອງຫ້ອງການ ຖະແຫລງຂ່າວແລະວັດທະນະທຳ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈຶ່ງໄດ້ລົງກວດກາ ແລະກວດສອບຂໍ້ມູນຕ່າງໆ ຂອງພຣະພຸດທະຮູບເຫລົ່ານີ້ແລ້ວໄດ້ນຳໄປເກັບຮັກສາໄວ້ທີ່ວັດສຼີບຸນເຮືອງ ບ້ານໂນນອຸດົມ ເມືອງອຸທຸມພອນ

.

ເຊິ່ງລາຍລະອຽດຂອງຈາຣຶກທີ່ຢູ່ໃນຖານພຣະພຸດທະຮູບອົງໃຫຍ່ ນັ້ນແມ່ນມີຄວາມໝາຍແປເປັນພາສາລາວໃນປັດຈຸບັນນີ້ ຄື
ສັງກາດ ໓໖ ຕົວ ປີກາບຍີ່ ເດືອນຍີ່ ຂຶ້ນ ໑໕ ຄ່ຳ ວັນ ໑ ແສນມຸນຕີ ມີຜາສາດສັດທາສ້າງພຣະເຈົ້າໄວ້ຕາບຕໍ່ເທົ່າ ໕ ພັນວັດສາ ນິພານະ ປັດໄຈໂຍ ໂຫຕຸ ຈສ.໑໐໓໖. ພສ.໒໒໑໗

.

.

ຂໍຂອບໃຈຂ່າວຈາກ ພອນປະເສີດ ແຜນພັກດີ

Leave a Reply

Your email address will not be published. Required fields are marked *