ງານມະຫາກຳກິລາແຫ່ງຊາດໄດ້ຈັດມາແລ້ວ 11 ຄັ້ງ ນັບແຕ່ປີ 1985 ເປັນຕົ້ນມາ ໃນນັ້ນມີພຽງຄັ້ງທີ 8 ແລະ 11 ທີ່ແຂວງເຈົ້າພາບໄດ້ເປັນເຈົ້າຫຼຽນຄຳ ນັ້ນກໍ່ຄື ແຂວງຈຳປາສັກທີ່ເປັນເຈົ້າພາບໃນປີ 2008 ເປັນງານມະຫະກຳກິລາແຫ່ງຊາດຄັ້ງທີ VIII ແລະຄັ້ງ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ຈາກນັ້ນແມ່ນປີ 2014 ກະຊວງປ້ອງກັນປະເທດໄດ້ເປັນເຈົ້າຫຼຽນຄຳ ສ່ວນທີ່ເຫຼືອແມ່ນນະຄອນຫຼວງຈະຄອງເຈົ້າຫຼຽນຄຳມາໂດຍຕະຫຼອດຕາມຂໍ້ມູນລຸ່ມນີ້:
ງານມະຫາກໍາກິລາແຫ່ງຊາດຄັ້ງທີ I ແມ່ນເຂດ 5 ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 21 ພະຈິກ ຫາວັນທີ 2 ທັນວາ ປີ 1985, ແຂ່ງຂັນ 10 ປະເພດກິລາ, ມີນັກກິລາ 620ຄົນ ຈາກ 5 ເຂດ ແລະ 8 ກະຊວງເຂົ້່າຮ່ວມແຂ່ງຂັນ, ມີຊີງໄຊກັນທັງໝົດ 34 ຫຼຽນຄໍາ, 34 ຫຼຽນເງິນ ແລະ 37 ຫຼຽນທອງ, ລວມທັງໝົດ 105 ຫຼຽນ, ຜ່ານການແຂ່ງຂັນແມ່ນເຂດ 5ນະຄອນ ຫຼວງວຽງຈັນ ເປັນ ເຈົ້າຫຼຽນຄໍາ.
ຄັ້ງທີ II ແຂວງສະຫວັນນະເຂດເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 22 ພະຈິກ ຫາວັນທີ 2 ທັນວາ ປີ 1987 , ແຂ່ງຂັນ 12 ປະເພດກິລາ, ມີນັກກິລາເຂົ້າຮ່ວມ 1.376 ຄົນ ຈາກ 7 ເຂດ ແລະ 9 ກະຊວງ, ມີຊີງໄຊທັງໝົດ 54 ຫຼຽນຄໍາ, 58 ຫຼຽນເງິນ ແລະ 54 ຫຼຽນທອງ, ລວມທັງໝົດ 166 ຫຼຽນ, ຜ່ານການແຂ່ງຂັນແມ່ນເຂດ 5ນະຄອນຫຼວງເປັນເຈົ້າຫຼຽນຄໍາ.
ຄັ້ງທີ III ແຂວງຄໍາມ່ວນເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 21-29 ທັນວາ 1991 ແຂ່ງຂັນກັນໃນ 11 ປະເພດກິລາ, ມີນັກກິລາ 950 ຄົນ ຈາກ 9 ເຂດເຂົ້າຮ່ວມແຂ່ງຂັນ ມີຊີງໄຊກັນທັງໝົດ 56 ຫຼຽນຄໍາ, 52 ຫຼຽນເງິນ ແລະ 59 ຫຼຽນທອງ, ລວມທັງໝົດ 167ຫຼຽນ, ຜ່ານການແຂ່ງຂັນແມ່ນເຂດ 5 ນະຄອນຫຼວງເປັນເຈົ້າຫຼຽນຄໍາ.
ຄັ້ງທີ IV ແມ່ນແຂວງຈໍາປາສັກເປັນເຈົ້າພາບງານມະຫາກຳກິລາແຫ່ງຊາດຈັດຂຶ້ນໃນປີ 1994 ໂດຍແຂ່ງຂັນກັນໃນ 14 ປະເພດກິລາ ມີນັກກິລາ 1.600 ຄົນ ຈາກ 9 ເຂດ ເຂົ້າຮ່ວມ, ຜ່ານການແຂ່ງຂັນແມ່ນເຂດ 5 ນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄໍາ.
ຄັ້ງທີ V ແມ່ນແຂວງຫຼວງພະບາງເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 9-18 ເດືອນກຸມພາ 1997 ໂດຍແຂ່ງຂັນກັນໃນ 14 ປະເພດກິລາ ມີນັກກິລາເຂົ້າຮ່ວມ 1.668 ຄົນ ຈາກ 9 ເຂດ ຊີງໄຊທັງໝົດ 107 ຫຼຽນຄໍາ, 106ຫຼຽນເງິນ ແລະ 332ຫຼຽນທອງ ຜ່ານການແຂ່ງຂັນ ນະຄອນຫຼວງເຂດ 5 ເປັນເຈົ້າຫຼຽນຄໍາ.
ຄັ້ງທີ VI ນະຄອນຫຼວງວຽງຈັນເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 1-9 ທັນວາ 2000 ໂດຍແຂ່ງຂັນກັນໃນ 22 ປະເພດກິລາ ມີນັກກິລາ 3.210 ຄົນ ຈາກ 18 ແຂວງ ແລະ 16 ກະຊວງເຂົ້າຮ່ວມ. ຊີງໄຊກັນທັງໝົດ 150 ຫຼຽນຄໍາ, 150 ຫຼຽນເງິນ ແລະ 156 ຫຼຽນທອງ ລວມທັງໝົດ 486 ຫຼຽນ ຜ່ານການແຂ່ງຂັນນະຄອນຫຼວງເປັນເຈົ້າຫຼຽນຄໍາ.
ຄັ້ງທີ VII ແຂວງສະຫວັນນະເຂດເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 13-21 ທັນວາ 2005 ໂດຍແຂ່ງຂັນກັນໃນ 22 ປະເພດກິລາ ມີນັກກິລາ 3.257 ຄົນ ຈາກ 15 ແຂວງງ ແລະ 13 ກະຊວງເຂົ້າຮ່ວມ. ຊີງໄຊກັນທັງໝົດ 172 ຫຼຽນຄໍາ, 172 ຫຼຽນເງິນ ແລະ 230 ຫຼຽນທອງ ລວມທັງໝົດ 574 ຫຼຽນ ນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄໍາ.
ຄັ້ງທີ VIII ແມ່ນແຂວງຈໍາປາສັກເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 13-22 ທັນວາ 2008 ໂດຍແຂ່ງຂັນກັນໃນ 24 ປະເພດກິລາ ມີ 16 ແຂວງ ແລະ 13 ກະຊວງ ເຂົ້າຮ່ວມແຂ່ງຂັນ. ຊີງໄຊກັນທັງໝົດ 234 ຫຼຽນຄໍາ, 233ຫຼຽນເງິນ ແລະ 351ຫຼຽນທອງ, ລວມທັງໝົດ 818 ຫຼຽນແຂວງຈໍາປາສັກເປັນເຈົ້າຄອງຫຼຽນຄໍາ.
ຄັ້ງທີ IX ແຂວງຫຼວງພະບາງເປັນເຈົ້າພາບງານມະຫາກຳກິລາແຫ່ງຊາດ ຈັດຂຶ້ນໃນລະຫວ່າງວັນທີ 13-22ທັນວາ 2011,ມີ25ປະເພດກິລາ,ມີນັກກິລາຈາກ 17ແຂວງ ແລະ 3 ກະຊວງເຂົ້າຮ່ວມແຂ່ງຂັນ.ຊີງໄຊກັນທັງໝົດ 293 ຫຼຽນຄໍາ, 293 ຫຼຽນເງິນ ແລະ 422 ຫຼຽນທອງ, ລວມທັງໝົດ 1.009 ຫຼຽນ, ຜ່າກການແຂ່ງຂັນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄໍາ.
ຄັ້ງທີ X ແມ່ນແຂວງອຸດົມໄຊເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 13-21 ທັນວາ2014 ມີນັກກິລາເຂົ້າຮ່ວມ 3.970 ຄົນ ຈາກ 18 ແຂວງ ແລະ 7 ກະຊວງ, ແຂ່ງຂັນທັງໝົດ 25 ປະເພດກິລາ, ມີຊີງໄຊກັນທັງໝົດ 324 ຫຼຽນຄໍໍາ, 324 ຫຼຽນເງິນ ແລະ427ຫຼຽນທອງ, ລວມທັງໝົດ 1.120 ຫຼຽນ ຜ່ານການແຂ່ງຂັນກະຊວງປ້ອງກັນປະເທດເປັນເຈົ້າຫຼຽນຄໍາ.
ຄັ້ງທີ XI ແມ່ນແຂວງຊຽງຂວາງເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 13-22 ທັນວາ 2022 ມີນັກກິລາເຂົ້າຮ່ວມ 3.003 ຄົນ ຈາກ 18 ແຂວງ ແລະ 4 ກະຊວງ, ລວມ22ພາກສວ່ນ,ແຂ່ງຂັນທັງໝົດ 25 ປະເພດກິລາ.
ສຳລັບມະຫະກຳກິລາແຫ່ງຊາດຄັ້ງທີ XI ມາຮອດວັນທີ 21 ທັນວາ 2022 ຊຽງຂວາງເຈົ້າພາບສາມາດຍາດໄດ້ທັງໝົດ 62 ຫຼຽນຄຳໃນຈຳນວນ 361 ຫຼຽນຄຳ, ຮອງລົງມາແມ່ນນຄອນຫຼວງວຽງຈັນ 58 ຫຼຽນຄຳ, ອັນດັບທີສາມກະຊວງປ້ອງກັນປະເທດ 51 ຫຼຽນຄຳ ຕາມມາດ້ວຍແຂວງຄຳມ່ວນຢູ່ອັນດັບ 4 ໄດ້ມາ 36 ຫຼຽນຄຳ ແລະແຂວງອື່ນຕາມລຳດັບ.