• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ປະກາດເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ແຫ່ງທຳອິດ ຂອງນະຄອນຫຼວງວຽງຈັນ “ສວນວັດທະນະທຳຊຽງຄວນ”

ໃນຕອນເຊົ້າຂອງວັນທີ 22 ທັນວາ 2022 ໄດ້ຈັດພິທີປະກາດ ສວນວັດທະນະທຳຊຽງຄວນ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ແຫ່ງທີ 1 ຂອງ ນະຄອນຫຼວງ ວຽງຈັນ ແລະ ພິທີເປີດປະຕູໂຂງໃຫຍ່ ຂອງສວນວັດທະນະທຳຊຽງຄວນ, ໂດຍການເຂົ້າຮ່ວມເປັນປະທານໃນພິທີຂອງທ່ານ ວັນສີ ກົວມົວ, ຮອງລັດຖະມົນ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

.

ສວນວັດທະນະທຳຊຽງຄວນ ຕັ້ງຢູ່ດ້ານໃຕ້ຂອງບ້ານທ່າເດື່ອ, ທິດເໜືອຕິດກັບບ້ານຖິ່ນ ທິດໃຕ້ຕິດກັບບ້ານໜອງແປນເໜືອເມືອງຫາດຊາຍຟອງຫ່າງຈາກຂົວມິດຕະພາບລາວ-ໄທ 7,3 ກິໂລແມັດ, ວັດຊຽງຄວນສ້າງຂຶ້ນໃນປີ ຄສ 1958 ໂດຍການປຸກລະດົມຂົນຂວາຍສັດທາສ້າງ, ອອກແບບນຳພາສ້າງໂດຍພໍ່ຂາວບຸນເຫຼືອ ສຸລີລັດ ຫຼື ວ່າບໍ່ເຫຼືອ ໃຊ້ເວລາສ້າງ 10 ປີ ຈຶ່ງສໍາເລັດ.


ນອກນັ້ນ, ຍັງແຜນການທີ່ຈະກໍ່ສ້າງສູນການຄ້າຕະຫຼາດແລງໜອງດ້ວງ ແລະ ສ້າງໂຮງແຮມໃນເຄືອ ທີ່ມີ 200 ກວ່າຫ້ອງ ເພື່ອຕ້ອນຮັບນັກທ່ອງທ່ຽວ.

.

.

ໃນປີ 2023 ຈະມິການຈັດງານກິດຈະກຳທາງວັດທະນະທຳ ເພີ່ມຂຶ້ນຕື່ມອີກ ບໍ່ວ່າຈະເປັນ ງານວາງສະແດງສິນຄ້າວັດທະນະທຳ, ງານສິລະປະ ແລະ ງານວາງສະແດງຫັດຖະກຳຕ່າງໆ.

Leave a Reply

Your email address will not be published. Required fields are marked *