ກະຊວງອຸດສາຫະກຳ ແລະການຄ້າ ໄດ້ປະກາດປັບຂຶ້ນລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ເລີ່ມແຕ່ປະຕິບັດແຕ່ເວລາ6:00ໂມງ ວັນທີ22 ທັນວາ 2022.
ການປັບຂຶ້ນຄັ້ງນີ້ແມ່ນ ແອັດຊັງພິເສດປັບຂຶ້ນ410ກີບ/ລິດ, ແອັດຊັງທຳມະດາປັບຂຶ້ນ460ກີບ/ລິດ ແລະ ກາຊວນປັບຂຶ້ນ560ກີບ/ລິດ.
ຈາກການປັບຂຶ້ນຄັ້ງນີ້ ເຮັດໃຫ້ລາຄານໍ້າມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນຂຶ້ນມາຢູ່ທີ່24.210ກີບ/ລິດ, ແອັດຊັງພິເສດ 19.820ກີບ/ລິດ ແລະກາຊວນ19.090ກີບ/ລິດ.
ເບິ່ງຄລິບດຣາມາລົດຖີບ