ວັນທີ 20 ທັນວາ ທີ່ພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ໄດ້ມີພິທີເຊັນ ບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ ໂຄງການລົງທຶນກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນ ລະຫວ່າງ ອົງການປົກຄອງແຂວງອັດຕະປື ກັບ ບໍລິສັດ ລາວທຽນຊື່ ອຸດສາຫະກຳມັນຕົ້ນ ພັດທະນາ ຈຳກັດຜູ້ດຽວ.
ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ມີພະແນກການອ້ອມຂ້າງແຂວງ ແລະ ເມືອງ, ມີບັນດາບໍລິສັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ; ການເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ ໂຄງການລົງທຶນກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນຄັ້ງນີ້ ຝ່າຍອົງການປົກຄອງແຂວງອັດຕະປືມີຈຸດປະສົງຢາກພັດທະນາເສດຖະກິດ ແລະ ເພື່ອສົ່ງເສີມການພັດທະນາວຽກງານກະສິກຳ ຢູ່ແຂວງອັດຕະປື ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ ທັງພາຍໃນ ແລະ ຕ່າງປະເທດ.
ສຳລັບຝ່າຍບໍລິສັດມີຈຸດປະສົງທີ່ຈະພັດທະນາໂຄງການສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ, ໃນເນື້ອທີ່ດິນ 100 ເຮັກຕາ ຢູ່ເຂດບ້ານ ໜອງຫີນ ເມືອງສະໜາມໄຊ ແຂວງອັດຕະປື ເພື່ອຜະລິດເປັນຜະລິດຕະພັນແປ້ງມັນຕົ້ນ ສົ່ງຂາຍພາຍໃນ ແລະ ຕ່າງປະເທດ ຊຶ່ງກິດຈະການດັ່ງກ່າວຈະເປັນການສ້າງວຽກເຮັດງານທໍາໃຫ້ປະຊາຊົນ ຢູ່ເຂດບ້ານ ໜອງຫີນ ເມືອງສະໜາມໄຊ ແລະ ທັງສາມາດສ້າງລາຍຮັບໃຫ້ແກ່ພາກລັດ.
ໃຫ້ກຽດລົງນາມເຊັນບົດບັນທຶກຄວາມເຂົ້າໃຈ MOU ຄັ້ງນີ້, ຝ່າຍອົງການປົກຄອງແຂວງອັດຕະປືລົງນາມໂດຍ ທ່ານ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ຫັດສະໄນ ສີບຸນເຫຼືອງ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ສຸລິວົງ ອະໄພວົງ ເຈົ້າເມືອງສະໜາມໄຊ, ສຳລັບຝ່າຍບໍລິສັດລົງນາມໂດຍ ທ່ານ ເຫວີຍຢົງເຊິນ ຮອງອຳນວຍການ ບໍລິສັດ ລາວທຽນຊື່ ອຸດສາຫະກຳມັນຕົ້ນ ພັດທະນາ ຈຳກັດຜູ້ດຽວ, ທ່ານ ຫຼິວເສີນລີນ ຜູ້ຊ່ວຍ ບໍລິສັດ ລາວທຽນຊື່ ອຸດສາຫະກຳມັນຕົ້ນ ພັດທະນາ ຈຳກັດຜູ້ດຽວ, ໂດຍຊ້ອງໜ້າພາກສ່ວນກ່ຽວຂ້ອງເປັນສັກຂີພິຍານ.