ພາຍຫຼັງທີ່ ທ້າວ ເອກະລາດ ວິໄລກຸນ ( ໄທເກີ ) ນັກເຕະເຍົາວະຊົນລາວ ອາຍຸພຽງ 10 ທີ່ກ່ອນໜ້ານີ້ຖືກສະໂມສອນ Futboys ສະໂມສອນດັງໃນໄທ ດືງຕົວໄປຮ່ວມທີມ ເຂົ້າຮ່ວມແຂ່ງຂັນໃນລາຍການລະດັບນາໆຊາດ TAR Asia Qualifiers ( ຮອບຄັດເລືອກ ) ລະຫວ່າງວັນທີ 17-18 ທັນວາ 2022 ທີ່ນະຄອນຫຼວງບາງກອກປະເທດໄທ ເຊິ່ງເປັນການແຂ່ງຂັນໃນຮຸ່ນອາຍຸບໍ່ເກີ່ນ 10 ປີ ໂດຍທີມແຊັມຈະໄດ້ສິດໄປປະເທດສະເປນ (ລາຍລະອຽດລາຍການເບິ່ງໄດ້ທີ່ຄລິບ )
ຫຼັງຈາກພາ FotBoys ຄວ້າແຊ້ມ ແລະ ສິດໄປແຂ່ງຂັນທີ່ສະເປນ ຫຼ້າສຸດ ນ້ອງໄທເກີ ຫຼື ເອກະລາດ ວິໄລກຸນ ກໍໄດ້ເດີນທາງກັບ ເຊິ່ງລະຫວ່າງເດີນທາງກໍໄດ້ເຂົ້າຮ່ວມກິດຈະກໍາ ແລະ ໄດ້ໂອກາດສໍາຜັດ ລວມເຖິງໄດ້ຄໍາແນະນໍາຈາກ 2 ນັກເຕະດັງກໍຄື Louis Saha ອະດີດນັກເຕະຂອງ ແມນເຊັສເຕີ ຢູໄນເຕັດ ແລະ DAVID JAMES ອະດີດຜູ້ຮັກສາປະຕູຂອງ ລິເວີພູລ ພິເສດຍັງໄດ້ລາຍເຊັນອີິກດ້ວຍ.
ສໍາລັບ TAR Asia Qualifiers ( ຮອບຄັດເລືອກ ) ມີເຖິງ 32 ທີມເຍົາວະຊົນໃນຮຸ່ນອາຍຸບໍ່ເກີນ 11 ປີຈາກຫຼາຍປະເທດໃນອາຊີເຂົ້າຮ່ວມ: Futboys ຢູ່ຮ່ວມກຸ່ມ C ( ກຸ່ມລະ 8 ທີມ ) ຮ່ວມກັບ ສະໂມສອນຈາກໄທ 6 ທີມ ແລະ ທີມແຊັມຈາກອິນໂດເນເຊຍ 1 ທີມ ຜ່ານການແຂ່ງຂັນປາກດວ່າ ໄທເກີ ນັກເຕະເຍົາວະຊົນລາວ ທີ່ຖືກດືງຕົວໄປຮ່ວມທີມກັບ Futboys ສ້າງຜົນງານຢ່າງໂດດເດັ່ນຍິງປະຕູໄດ້ເປັນກອບເປັນກໍາ ພາທີມເອົາຊະນະລວດ 7 ນັດໃນຮອບແບ່ງກຸ່ມຜ່ານເຂົ້າຮອບ 16 ທີມສຸດທ້າຍໃນຖານະແຊັມກຸ່ມ.
ໂດຍຮອບ 16 ທີມ ໄທເກີ ຍັງຜົນງານໂດດເດັ່ນພາທີມເອົາຊະນະ Six Football ທີມດັງຈາກໄທ, ຜ່ານເຂົ້າຮອບ 8 ທີຊະນະ Thai Port FC, ຜ່ານເຂົ້າຮອບ 4 ທີມກໍເອົາຊະນະ Jaifa ທີມດັງຈາກໄທ ກ່ອນເຂົ້າຮອບຊີງຊະນະເລີດໄປພົບກັບ Pattaya Dolphins ທີມເຍົາວະຊົນເບີ 1 ຂອງປະເທດໄທ ປາກົດວ່າ: Futboys ສາມາດບຽດເອົາຊະນະ Pattaya Dolphins 2-1 ຄວ້າແຊັມໄປຄອງ ພ້ອມສິດໄປແຂ່ງຂັນໃນຮອບສຸດທ້າຍທີ່ປະເທດສະເປນ ຕໍ່ໄປ ( ລາຍລະອຽດມື້ແຂ່ງຂັນຈະລາຍງານໃຫ້ຊາບຕື່ມ ).