ທີມຊາດລາວ ຊຸດໃຫຍ່ ລົງສະໜາມນັດທໍາອິດເສຍໃຫ້ກັບ ທີມຊາດຫວຽດນາມ 6-0 ໃນລາຍການຊີງແຊັມອາຊຽນ ຫຼື AFF Mitsubishi Electric Cup 2022 ປະຈໍາວັນທີ 21 ທັນວາ 2022 ໂດຍນັດດັ່ງກ່າວທີມຊາດລາວ ໄດ້ຫຼິ້ນໃນບ້ານທີ່ສະໜາມກິລາແຫ່ງຊາດ ຫຼັກ 16.
ນັດດັ່ງກ່າວ ທັງສອງທີມຈັດນັກເຕະຊຸດໃຫຍ່ລົງວັດກັນ ເຊິ່ງກໍເປັນໄປຕາມຄາດ ທີມຊາດຫວຽດນາມ ທີມອັນດັບ 1 ຂອງອາຊຽນ ຄອງເກມໄດ້ເໜືອກວ່າ ແລະ ຄຸມສະຖານະການໄດ້ທັງໝົດ ລວມທັງໄດ້ໂອກາດຍິງຢ່າງຕໍ່ເນື່ອງກ່ອນຂຶ້ນນໍາໄປກ່ອນ 2-0 ຈາກການຍິງຂອງ ຫຼຽນ ທຽນ ລິນ ກັບ ໂດ ຮຸງ ດຸງ, ສ່ວນທີມຊາດລາວ ເກືອບຈະບໍ່ມີໂອກາດຍິງເລີຍ, ສ່ວນເຄິ່ງເວລາທີ 2 ທີມຊາດຫວຽດນາມ ມາໄດ້ 3 ປະຕູລວດຈາກການຍິງຂອງ ໂຮ ຕັນ ໄຕ, ດວນ ວັນ ຮົວ, ຫງຽນ ວານ ຕວນ ແລະ ວູ ວັນ ຕັນ ກ່ອນເອົາຊະນະ ທີມຊາດລາວ ໄປຂາດລອຍ 6-0 (ຄລິບ)
ສໍາລັບພາລະກິດຕໍ່ໄປຂອງ ທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມແຂ່ງຂັນໃນລາຍການ AFF Mitsubishi electric Cup 2022 ໂດຍຕາຕະລາງແຂ່ງຂັນຂອງທີມຊາດລາວ ມີດັ່ງນີ້:
-ວັນທີ 24 ທັນວາ 2022 ທີມຊາດມາເລເຊຍ ພົບ ລາວ ທີ່ມາເລເຊຍ
-ວັນທີ 27 ທັນວາ 2022 ທີມຊາດລາວ ພົບກັບ ສິງກະໂປ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16
-ວັນທີ 30 ທັນວາ 2022 ທີມຊາດມຽນມາ ພົບ ລາວ ທີ່ມຽນມາ