• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຝັນເປັນຈິງ ທ່ານນິກສັນ ພາທີມບ້ານເກີດ ແຂວງວຽງຈັນ ສ້າງປະຫວັດສາດຄວ້າແຊັມໃນຊຽງຂວາງເກມ

ພາຍຫຼັງ ການແຂ່ງຂັນບານເຕະຊາຍຊຽງຂວາງເກມ ລະຫວ່າງ ແຂວງວຽງຈັນ ພົບ ນະຄອນຫຼວງວຽງຈັນ ມີຂຶ້ນໃນວັນທີ21 ທັນວາ 2022 ທີ່ສະໜາມກີລາໄຫຫີນ ເມືອງແປກ ແຂວງຊຽງຂວາງ ໂດຍແຂວງວຽງຈັນ ຜ່ານສູ່ຮອບຊິງຊະນະເລີດ ເປັນຄັ້ງປະຫວັດສາດ ຫຼັງຈາກດວນຈຸດໂທດເອົາຊະນະແຂວງເຊກອງໃນຮອບ4 ທີມ3-1 ຫຼັງສະເໝີກັນ0-0; ຂະນະທີ່ນະຄອນຫຼວງວຽງຈັນ ຊະນະເຈົ້າພາບຊຽງຂວາງ 2-1.

ຜ່ານການແຂ່ງຂັນໃນຊິງຊະນະເລີດ  ກັບນະຄອນຫຼວງວຽງຈັນ ຜົນປະກົດວ່າ ແຂວງວຽງຈັນ ບຽດຊະນະນະຄອນຫຼວງວຽງຈັນ1-0 ຄວ້າຫຼຽນຄຳໄປຄອງຢ່າງຍິ່ງໃຫຍ່.

ຫຼັງພາທີມໄດ້ແຊ້ມ ທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດ ນິກສັນ ພັດທະນາບໍແຮ່ ຈຳກັດ ທັງເປັນຜູ້ຈັດການທີມແຂວງວຽງຈັນ ໃຫ້ສໍາພາດວ່າ: ສຸດທີ່ມີຄວາມພາກພູມໃຈ ທີ່ສາມາດນຳພາທັບນັກກິລາບານເຕະແຂວງວຽງຈັນ ເອົາຊະນະ ນະຄອນຫຼວງວຽງຈັນ 1-0 ປະຕູ ເຊິ່ງເປັນຜົນງານຫຼຽນຄຳຄັ້ງປະຫວັດສາດ ໃນງານກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໃຫ້ແຂວງບ້ານເກີດ ເຊິ່ງໃນຕໍ່ໜ້າຫາກມີໂອກາດນຳພາກິລາດັ່ງກ່າວ ກໍຈະພະຍາຍາມສືບຕໍ່ຮັກສາມູນເຊື້ອຜົນງານເພື່ອມອບຄວາມສຸກໃຫ້ແກ່ຊາວແຂວງວຽງຈັນຕື່ມອີກ

ສ່ວນຫຼຽນທອງຕົກເປັນຂອງແຂວງເຊກອງ ທີ່ເອົາຊະນະເຈົ້າພາບຊຽງຂວາງ ຈາກການດວນຈຸດໂທດ3-2 ຫຼັງຄົບ90 ນາທີສະເໝີກັນ 0-0.
ຂ່າວ-ຮູບ: Larh Creator ແລະ ສົງການ

Leave a Reply

Your email address will not be published. Required fields are marked *