• Sun. Dec 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ແຂວງວຽງຈັນ ສອຍ ນະຄອນຫຼວງວຽງຈັນ 1-0 ຄວ້າຫຼຽນຄຳ ປະຫວັດສາດ ເຕະບານຊາຍ ຊຽງຂວາງ ເກມ

ການແຂ່ງຂັນບານເຕະຊາຍຊຽງຂວາງເກມ ລະຫວ່າງ ແຂວງວຽງຈັນ ພົບ ນະຄອນຫຼວງວຽງຈັນ ມີຂຶ້ນໃນວັນທີ21 ທັນວາ 2022 ທີ່ສະໜາມກີລາໄຫຫີນ ເມືອງແປກ ແຂວງຊຽງຂວາງ.

ແຂວງວຽງຈັນ ຜ່ານສູ່ຮອບຊິງຊະນະເລີດ ເປັນຄັ້ງປະຫວັດສາດ ຫຼັງຈາກດວນຈຸດໂທດເອົາຊະນະແຂວງເຊກອງໃນຮອບ4 ທີມ3-1 ຫຼັງສະເໝີກັນ0-0; ຂະນະທີ່ນະຄອນຫຼວງວຽງຈັນ ຊະນະເຈົ້າພາບຊຽງຂວາງ2-1.

ອາຈານ ເວິນສະຫວັນ ສີວິໄຊ ຫົວໜ້າຄູຝຶກທີມແຂວງວຽງຈັນ ໃຫ້ສຳພາດກ່ອນໜ້ານີ້ວ່າ: ໃນຊີວິດ ປາເວີນ ຜ່ານມາ ບໍ່ເຄີຍຢ້ານໃຜ ຍ້ອນເຊື່ອໝັ້ນຕົນເອງ ກໍບໍ່ແມ່ນວ່າເຂົາເຈົ້າບໍ່ເກັ່ງ ເກັ່ງໝົດທຸກທີມ ແຕ່ບໍ່ຢ້ານ ໃນຊີວິດທີ່ເຄີຍຄຸມທີມມາຢ້ານແຕ່ທີມດຽວ ຄື ທີມກຳມະການຕັດສິນ ເປັນກຳມະການຕັດສິນທີ່ບໍ່ໄດ້ມາດຕະຖານ ເຮັດໃຫ້ການແຂ່ງຂັນມັກມີບັນຫາຕະຫຼອດ ເພາະສະນັ້ນ ກຳມະການຈະເປັນຕັດສິນຊີ້ຂາດວ່າທີມໃດ ຊະນະ ຫຼື ເສຍ ຈະເຫັນໄດ້ໃນແຕ່ລະເກມແຂ່ງຂັນທີ່ຜ່ານມາ.

ຜ່ານການແຂ່ງຂັນໃນຊິງຊະນະເລີດ  ກັບນະຄອນຫຼວງວຽງຈັນ ຜົນປະກົດວ່າ ແຂວງວຽງຈັນ ບຽດຊະນະນະຄອນຫຼວງວຽງຈັນ1-0 ຄວ້າຫຼຽນຄຳໄປຄອງຢ່າງຍິ່ງໃຫຍ່.

ສ່ວນຫຼຽນທອງຕົກເປັນຂອງແຂວງເຊກອງ ທີ່ເອົາຊະນະເຈົ້າພາບຊຽງຂວາງ ຈາກການດວນຈຸດໂທດ3-2 ຫຼັງຄົບ90 ນາທີສະເໝີກັນ 0-0.

Leave a Reply

Your email address will not be published. Required fields are marked *