• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລົງ​ຊີ້ນຳ ແລະ ສັງເກດ​ການ ການຫັດແອບ​ ກອບ​ກູ້​ໄພພິບັດ

ByAdmin N

Sep 6, 2022 #ກູ້ໄພ

Lao people’s Army News, ໃນ​ວັນ​ທີ 5 ກັນຍາ​ນີ້, ສະ ຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ ຍາ​ລາດ ກຳມະການ​ກົມ​ການ ເມືອງ​ສູນ​ກາງ​ພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ພ້ອມ​ດ້ວຍ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະ ເທດ, ບັນດາ​ກົມ​ໃຫຍ່ ແລະ ພາກ ສ່ວນ​ທີ່​ກ່ຽວຂ້ອງໄດ້​ລົງ​ຊີ້ນຳ ແລະ ສັງເກດ​ການ, ການຫັດແອບ​ ກອບ​ກູ້​ໄພພິບັດ (ຝ່າຍ​ດຽວ).

ສະຫາຍ ພົນ​ຈັດຕະວາ ສົມ​ ພອນ ມິດ​ຕະ​ພອນ ຮອງ​ຫົວໜ້າ​ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ເຝິກຊ້ອມ​ໄພພິບັດ​ຮ່ວມ 3 ກອງທັບ (ລາວ, ຫວຽດນາມ ແລະ ກຳປູເຈຍ) ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ກະກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ ໃຫ້​ສະຫາຍ​ລັດ ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ຊາບ.

ພ້ອມ​ດຽວ​ກັນ​ນີ້ ສະຫາຍ​ຍັງ​ໄດ້​ເຂົ້າ​ຮ່ວມ​ສັງເກດ​ການ ແລະ ຮັບ​ຊົມ​ການ​ຫັດ​ແອບ, ໂດຍ​ເນື້ອ​ໃນ​ຂອງ​ການ​ຫັດ​ແອບ​ແມ່ນ​ແບ່ງ​ອອກ​ເປັນ 2 ພາກສ່ວນ ​ໃຫຍ່​ຄື: ການ​ຊອກ​ຄົ້ນ-ກອບກູ້​ຜູ້​ປະສົບ​ໄພ​ທາງນ້ຳ ເຊິ່ງ​ຈັດ​ຕັ້ງ ອອກ​ເປັນ 3 ຈຸ, ໃນນີ້​ແຕ່​ລະ​ຈຸ​ຈະ​ມີໜ້າ​ທີ່​ລະອຽດ​ດັ່ງນີ້: ຈຸ​ທີ 1 ແມ່ນ​ຈະ​ໃຊ້​ເຮືອ​ລາດຕະເວນ​ຈຳນວນ 6 ລຳ, ເພື່ອ​ຊອກ​ຫາ​ຜູ້​ປະສົບ​ໄພ​ທີ່​ຕົກ​ຄ້າງ​ຢູ່​ຕາມ​ຈຸດ​ຕ່າງໆ, ຈຸ​ທີ 2 ແມ່ນ​ຊອກ​ຄົ້ນ​ກອບ​ກູ້​ຜູ້​ປະສົບ​ໄພ​ທີ່​ຈົມ​ຢູ່​ໃຕ້​ນໍ້າດ້ວຍ​ນັກ​ດຳ​ນ້ຳ, ສ່ວນ​ຈຸ​ທີ 3 ແມ່ນ​ກອບ​ກູ້ ແລະ ຍົກຍ້າຍ​ຜູ້​ປະ ສົບ​ໄພ ຫຼື ຜູ້​ບາດເຈັບດ້ວຍ​ເຮືອ​ໄປ​ຫາ​ເຂດ​ທີ່​ປອດ​ໄພ, ຫຼັງ​ ຈາກ​ນັ້ນ ທະຫານ​ອາກາດ​ຈະ​ ນຳ​ໃຊ້​ເຮືອ​ບີນ Z-9 ບິນ​ລາດ ຕະເວນ​ຊອກ​ຄົ້ນ​ຜູ້​ປະສົບ​ໄພ​ຕາມ​ຈຸດ​ຕ່າງໆ​ທີ່​ເຮືອ​ບໍ່​ສາມາດ​ເຂົ້າ​ເຖິງ ແລະ ໃຊ້​ເຮືອບິນ Mi-17 ບິນ​ຍົກ-ຢ່ອນ​ນັກ​ກອບ​ກູ້​ໄພ​ລົງ​ຊ່ວຍເຫຼືອ​ຜູ້​ປະສົບ​ໄພ​ທີ່ຢູ່​ຈຸດສູງ​ ທຸລະກັນດານ ແລະ ຂອບ​ເຂດ​ນ້ຳ​ຖ້ວມ​ທີ່​ມີ​ສິ່ງ​ກີດຂວາງ, ຕົ້ນໄມ້​ຫັກ​ທັບ​ຖົມ.

ຕໍ່​ມາ​ເຫຼົ່າ​ຮົບ​ເສນາ​ຮັກ​ກໍ​ໄດ້​ຊອກ​ຄົ້ນ​ຮ່ວມ​ກັບ​ເຫຼົ່າ​ຮົບ​ຊ່າງ​ແສງ ພ້ອມ​ທັງ​ຄັດ​ແຍກ​ປະ​ເມີນ​ສະພາບ​ຂອງ​ຄົນ​ເຈັບ ແລະ ນຳ​ສົ່ງ​ຄົນ​ເຈັບ​ໄປ​ຫາ​ໜ່ວຍ​ປະຖົມ​ພະຍານ​ບານ​ໃນ​ເບື້ອງ​ຕົ້ນ ແລ້ວ​ສົ່ງ​ໄປ​ຍັງ​ໂຮງໝໍ​ສະໜາມ​ຕາມ​ອາການ, ເມື່ອ​ມາ​ຮອດ​ຈຸດ​ ດັ່ງກ່າວ​ຈະ​ມີ​ການ​ກວດກາ​ຕິດ ຕາມ​ຄົນ​ເຈັບ​ພ້ອມ​ທັງ​ປິ່ນປົວ ຄົນ​ເຈັບ ແລະ ແຍກ​ປ່ຽວ​ຄົນ​ເຈັບ​ທີ່​ຖືກ​ສານ​ເຄ​ມີ ແລ້ວ​ນຳ​ສົ່ງ​ໂຮງໝໍ​ແນວ​ຫຼັງ. ສຳລັບ​ພາກ​ທີ 2 ແມ່ນ​ການ​ຊອກ​ຄົ້ນ-ກອບ​ກູ້​ຜູ້​ປະສົບ​ໄພ​ທາງບົກ ​ໂດຍ​ເຫຼົ່າ​ຮົບ​ຊ່າງ​ແສງ​ຮ່ວມ​ກັບ​ເຫຼົ່າ​ຮົບ​ເສນາ​ຮັກ​ເຮັດ​ການ​ຊອກ​ຄົ້ນ​ຜູ້​ປະສົບ​ໄພ​ອອກ​ຈາກ​ຕຶກ​ອາຄານ​ຖະ​ຫຼົ່ມ ແລະ ເຂດ​ພູ​ດິນ​ເຈື່ອນ, ຄຽງ​ຄູ່​ກັບ​ເຫຼົ່າ​ຮົບ​ເຄ​ມີ​ກໍ​ໄດ້​ເຮັດ​ການ​ຊ່ວຍເຫຼືອ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ສານ​ເຄ​ມີ, ຈັດ​ຕັ້ງ​ກວດກາ, ວິເຄາະ​ຕົວຢ່າງ​ສານ​ເຄ​ມີ​ ພ້ອມ​ທັງ​ລົບ​ລ້າງແລ້ວ​ສົ່ງຕໍ່​ໃຫ້​ແກ່​ເຫຼົ່າ​ຮົບ​ເສນາ​ຮັກ ​ໂດຍ​ມີ​ການ​ແຍກ​ຄົນ​ເຈັບ​ອອກ​ເປັນ 4 ສີ​ ຄື: ອາການໜັກ(ສີແດງ), ອາການ​ປານ​ກາງ(ສີເຫຼືອງ), ອາການ​ເບົາ(ສີຂຽວ) ແລະ ​ ​ເສຍ​ຊີວິດ (ສີດຳ).

ພ້ອມ​ດຽວ​ກັນ​ນັ້ນທະ ຫານ​ອາກາດ​ກໍ​ໄດ້​ນຳ​ເອົາ​ເຮືອບິນ Mi-17 ລົງ​ຈອດ​ສຸກ​ເສີນ​ເພື່ອ​ຮັບ​ເອົາ​ຄົນ​ເຈັບ​ໜັກໄປ​ຫາ​ໂຮງໝໍ​ແນວ​ຫຼັງ​ເພື່ອ​ໃຫ້​ຄົນ​ເຈັບ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ປອດ​ໄພ ແລະ ທັນ​ເວລາ. ພາຍຫຼັງ​ສຳເລັດ​ຊົມ​ການ​ຫັດ​ແອບ​ແລ້ວ, ສະຫາຍ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ທຸກ​ພາກສ່ວນ​ທີ່​ໄດ້​ເອົາໃຈໃສ່​ຕໍ່​ການ​ຫັດ​ແອບ​ໃນ​ຄັ້ງ​ນີ້ ພ້ອມ​ທັງ​ເນັ້ນ​ໜັກ​ຫຼາຍ​ບັນຫາ​ສຳຄັນ​ຕໍ່​ຄະນະ​ຮັບຜິດຊອບ​ແຕ່​ລະ​ຂັ້ນ​ໃຫ້​ເອົາໃຈໃສ່​ຊີ້​ນຳ​ບາງ​ໜ້າ​ວຽກ​ທີ່​ຍັງ​ບໍ່​ທັນ​ສອດຄ່ອງ ໂດຍ​ໃຫ້​ແຕ່​ລະ​ພາກສ່ວນ​ຮັບຜິດຊອບ​ຮີບ​ຮ້ອນ​ພ້ອມ​ກັນ​ແກ້​ໄຂ ບໍ່​ວ່າຈະ​ເປັນ​ຂອດ​ປະສານ​ງານ​ໃນ​ການ​ພົວພັນ​ຮ່ວມ​ມື, ດ້ານ​ພາຫະ​ເຕັກນິກ, ຈຳນວນ​ພົນ​ແຕ່​ລະ​ເຫຼົ່າ​ຮົບ ຕ້ອງເປັນ​ເຈົ້າ​ການຈັດຕັ້ງ​ປະຕິ ບັດ​ບັນດາ​ໜ້າ​ວຽກ​ຂອງ​ຕົນ​ໃຫ້​ສຳເລັດ ແລະ ທ່ວງ​ທັນ​ກັບ​ໄລຍະ​ເວລາ​ໃນ​ການ​ເຝິກຊ້ອມ​ກອບ​ກູ້​ໄພພິບັດ​ໃນ​ຄັ້ງ​ນີ້​ບັນລຸ​ໄດ້​ຜົນສຳເລັດ100%.

Leave a Reply

Your email address will not be published. Required fields are marked *