ທີມບານເຕະຍິງ ນະຄອນຫຼວງວຽງຈັນ ສາມາດດວນຈຸດໂທດເອົາຊະນະ ເຈົ້າພາບ ແຂວງຊຽງຂວາງ 3-1 ໃນຮອບຮອງຊະນະເລີດ ໃນວັນທີ 19 ທັນວາ ຜ່ານມາ ແລະ ໃນວັນທີ 20 ທັນວາ 2022 ບານເຕະຍິງ ຊຽງຂວາງເກມ 2022 ທີ່ສະໜາມກິລາໄຊຊະນະ.
ໂດຍນັດດັ່ງກ່າວໃນເວລາປົກກະຕິ 90 ນາທີໆ ແລະ ຕໍ່ເວລາພິເສດອີກ 30 ນາທີ່ ເຮັດຫຍັງກັນບໍ່ໄດ້ສະເໝີກັນ 0-0 ຈົນຕ້ອງມາຕັດສິນກັນດ້ວຍການດວນຈຸດໂທດ ປາກົດວ່າ: ນະຄອນຫຼວງ ຍິງຄົມກວ່າ ໂດຍສະເພາະ ບັງອອນ ຜູ້ຮັກສາປະຕູສາມາດປ້ອງກັນຈຸດໂທດໄດ້ເຖິງ 2 ຄັ້ງພາທີມເອົາຊະນະເຈົ້າພາບໄປ 3-1
ບົດສະຫຼຸບບານເຕະຍິງ ໃນຊຽງຂວາງເກມ: ນະຄອນຫຼວງວຽງຈັນ ຫຼຽນຄໍາ, ເຈົ້າພາບ ຫຼຽນເງິນ ແລະ ຫຼວງພະບາງ ຫຼຽນທອງ, ສ່ວນ ຈໍາປາສັກ ຢຸ່ອັນດັບ 4 ອັນດັບສຸດທ້າຍຂອງຕາຕະລາງ