ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU )ລະຫວ່າງ ຫ້ອງການ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງເລົ່າງາມ ແຂວງສາລະວັນ ກັບ ບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ກ່ຽວກັບການພັດທະນາແຫລ່ງທ່ອງທ່ຽວທາງທຳມະຊາດ 2 ແຫ່ງຢູ່ເມືອງເລົ່າງາມ ຈັດຂຶ້ນໃນວັນທີ 17 ທັນວາ 2022 ຜ່ານມາ.
ລະຫວ່າງທ່ານ ຈັນຫວາງ ແກ້ວທະນູສິນ ຫົວໜ້າຫ້ອງການຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວເມືອງເລົ່າງາມ ກັບ ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍມີ ທ່ານ ຄຳຫວັນ ສີສະໝຸດ ຮອງເຈົ້າເມືອງເມືອງເລົ່າງາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້, ເຫັນດີໃຫ້ ບໍລິສັດ ພັດທະນາ ແຫລ່ງທ່ອງທ່ຽວຕາດເຍືອງ ມີສ່ວນຮ່ວມໃນການພັດທະນາ, ຄຸ້ມຄອງ ແລະ ສົ່ງເສີມການທ່ອງທ່ຽວ ຢູ່ແຫລ່ງທ່ອງທ່ຽວ ຕາດສູງ ບ້ານສະນຶມໃນ ແລະ ແຫລ່ງທ່ອງທ່ຽວ ຖຳ້ 9 ຮູພູຕາກເຂົ້າ ບ້ານທົ່ງຂາມ ເມືອງເລົ່າງາມ ແຂວງສາລະວັນ; ຊຸກຍູ້ ແລະ ສົ່ງເສີມຜະລິດຕະພັນການທ່ອງທ່ຽວ, ເຄື່ອງຫັດຖະກຳ, ຜົນຜະລິດກະສິກຳ ຈາກພູມປັນຍາຂອງຊາວບ້ານເຊັ່ນ: ຈັກສານ,ຫັດຖະກຳຕຳຫູກ, ເຄື່ອງທີ່ລະນຶກ, ປູກຜັກປອດສານພິດ ແລະ ອື່ນໆ ເພື່ອສົ່ງເສີມປະຊາຊົນພານໃນບ້ານ ຫລື ບໍລິເວນບ້ານໄກ້ຄຽງ ທີ່ເປັນເຄືອຂ່າຍການທ່ອງທ່ຽວ.
ທ່ານ ນາງ ສອນທິດາ ອຸນາພົມ ໄດ້ກ່າວວ່າ: ການເຊັນບົດບັນທຶກໃນຄັ້ງນີ້, ເປັນການສ້າງເຄືອຂ່າຍ ໃນການພັດທະນາ, ສົ່ງເສີມ ແລະ ຂະຫຍາຍການຕະຫລາດ ນັກທ່ອງທ່ຽວຮ່ວມກັນ ໂດຍສະເພາະແມ່ນ ການສົ່ງເສີມການທ່ອງທ່ຽວ ແບບອະນຸລັກປະຊາຊົນມີສ່ວນຮ່ວມ, ສ້າງວຽກເຮັດງານທຳໃຫ້ປະຊາຊົນ ຂັ້ນບ້ານໄດ້ມີລາຍຮັບເພີ່ມຈາກການທ່ອງທ່ຽວພ້ອມທັງພັດທະນາເສດຖະກິດ- ສັງຄົມຂອງແຂວງ, ເມືອງ ແລະ ບ້ານ ໃຫ້ມີຄວາມເຂັ້ມແຂງ, ໂຄສະນາ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຢ້ຽມຢາມແຂວງສາລະວັນ ໃຫ້ຫລາຍຂຶ້ນ.
ເຊິ່ງຈະເຮັດໃຫ້ວຽກງານການທ່ອງທ່ຽວ ມີການພັດທະນາໄປເທື່ອລະກ້າວ ແລະ ຄາດວ່າໃນຕົ້ນປີ2023 ບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ຈະເຂົ້າໄປພັດທະນາ ແຫລ່ງທ່ອງທ່ຽວດັ່ງກ່າວ ແລະ ຄາດວ່າ ຈະເປີດໃຫ້ບໍລິການ ໃນເດືອນ 4 ປີ 2023 ທີ່ຈະມາເຖິງນີ້.
ໃນໄລຍະຜ່ານ, ບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ຍັງໄດ້ຮັບລາງວັນ ຫ້ອງນໍ້າສາທາລະນະສະອາດ ອາຊຽນ; ລາງວັນ ນັກທຸລະກິດດີເດັ່ນ ຂະແໜງການຈ້າງງານດີເດັ່ນ ອາຊຽນ ແລະ ລາງວັນ ການທ່ອງທ່ຽວ ຍືນຍົງອາຊຽນ ອີກດ້ວຍ.
ພາບນໍ້າຕົກຕາດສູງ ຖ່າຍໂດຍໝໍເເຂ້ວ ພາທ່ຽວ 𝐃𝐄𝐍𝐓𝐈𝐒𝐓 𝐀𝐃𝐕𝐄𝐍𝐓𝐔𝐑𝐄
.
ພາບຖໍ້າ9ຮູພູຕາກເຂົ້າ ຖ່າຍໂດຍໝໍເເຂ້ວ ພາທ່ຽວ 𝐃𝐄𝐍𝐓𝐈𝐒𝐓 𝐀𝐃𝐕𝐄𝐍𝐓𝐔𝐑𝐄