ອາທິດຜ່ານມານີ້ ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໄດ້ມີພິທີເຊັນສັນຍາ ໂຄງການວ່າດ້ວຍການສ້າງ, ພັດທະນາ, ຄຸ້ມຄອງບໍລິຫານ ແລະ ບຳລຸງຮັກສາ ລະບົບຊື້ຂາຍ ອອນລາຍຂອງຜະລິດຕະພັນລາວ (Made in Laos e-aMarketplace) ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ກັບ ບໍລິສັດ ອາໂລເອກສ໌ ຈຳກັດ.
ໂດຍການລົງນາມຂອງລະຫວ່າງທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ (ສຄອຊ) ກັບ ທ່ານ ນາງ ສຸລິນດາ ມະໂນທຳ ຮອງປະທານບໍລິສັດ ອາໂລເອກສ໌ ຈຳກັດ, ພ້ອມມີທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ (ສຄອຊ), ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອຸເດດ ສຸວັນນະວົງ ກ່າວບາງຕອນວ່າ: ຈຸດປະສົງການເຊັນສັນຍາ ໂຄງການວ່າດ້ວຍການສ້າງ, ພັດທະນາ, ຄຸ້ມຄອງບໍລິຫານ ແລະ ບຳລຸງຮັກສາ ລະບົບຊື້ຂາຍ ອອນລາຍຂອງຜະລິດຕະພັນລາວ ເປົ້າໝາຍເພື່ອການສົ່ງເສີມການວາງສະແດງສິນຄ້າຜ່ານຊ່ອງທາງອອນລາຍ ເພື່ອໃຫ້ສັງຄົມກໍຄືຜູ້ຊື້ສາມາດເຂົ້າເຖິງສິນຄ້າໄດ້ຢ່າງຫຼາກຫຼາຍ ແລະ ເລືອກຊື້ສິນຄ້າໄດ້ຢ່າງສະດວກສະບາຍ, ເຮັດໃຫ້ສິນຄ້າທີ່ຜະລິດຢູ່ຕ່າງແຂວງສາມາດສົ່ງມາຂາຍຢູ່ນະຄອນຫຼວງວຽງຈັນ ຫຼື ສິນຄ້າທີ່ຜະລິດຢູ່ວຽງຈັນກໍສາມາດສົ່ງໄປຂາຍໃຫ້ລູກຄ້າຢູ່ຕ່າງແຂວງໄດ້ ໂດຍຜ່ານການຂົນສົ່ງທີ່ສະດວກສະບາຍ.
ທ່ານ ນາງ ສຸລິນດາ ມະໂນທຳ ກ່າວບາງຕອນວ່າ: ການຮ່ວມມືລະຫວ່າງ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ ແລະ ບໍລິສັດ ອາໂລເອກສ໌ ຈຳກັດ ໃນການສ້າງ ແພລດຟອມ ລະບົບຊື້ຂາຍ ອອນລາຍ ຂອງຜະລິດຕະພັນລາວ (Made in Laos e-Marketplace) ເປັນບາດກ້າວ ທີ່ສຳຄັນ ແລະ ຈຳເປັນໃນຍຸກເສດຖະກິດດີຈິຕອນ. ເພາະຈະເປັນແພລດຟອມ B2B2C ເພື່ອໃຫ້ບໍລິການສິນຄ້າຂາຍຍ່ອຍອອນໄລນ໌ ໃຫ້ກັບລູກຄ້າທັງພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມນິຍົມຊົມຊອບ ແລະ ຢາກສະໜັບສະໜູນສິນຄ້າຈາກລາວ.
ເຖິງແມ້ວ່າ ປະຈຸບັນນີ້ ການທີ່ມີ ແພລດຟອມ E commerce ບໍ່ໄດ້ເປັນເລື່ອງໃໝ່ ເພາະ ຫຼາຍປະເທດ ກໍ່ໄດ້ມີການນຳໃຊ້ ແລະ ປະເທດເຮົາເອງ ກໍ່ມີບໍລິສັດ ຈຳນວນໜຶ່ງໄດ້ເຮັດ ແພລດຟອມນີ້ແລ້ວ. ແຕ່ (Made in Laos e-Marketplace) ຈະເປັນແພລດຟອມ ທີ່ມີເປົ້າຫມາຍສະເພາະ ສຳລັບສິນຄ້າຂອງລາວ ທີ່ມີສ່ວນຮ່ວມ ລະຫວ່າງ ທ້ອງຖິ່ນ, ແຂວງ, ສູນກາງ, ສະຖານທູດ, ສະພາການຄ້າຂອງແຕ່ລະປະເທດເພື່ອ ສະໜັບສະໜູນ ສົ່ງເສີມ ຜະລິດຕະພັນ ລາວ, ຊ່ວຍພັດທະນາ ຊຸມຊົນແບບຢັ້ງຢືນ ແລະ ຊ່ວຍ ການການຄຸ້ມຄອງສະເຖຍລະພາບ ເງິນຕາຂອງປະເທດ, ຫລຸດຜ່ອນການນຳເຂົ້າ ແລະສົ່ງເສີມການສົ່ງອອກຜະລິດຕະພັນພາຍໃນປະເທດ.
ຜ່ານມາ ຊຄອຊ ໄດ້ມີການສ້າງໂຄງລ່າງຂອງຂໍ້ມູນ ແລະ ມາດຕະຖານ ຄຸ້ມຄອງ ແລະສະສົ່ງເສີມຜະລິດຕະພັນຂອງລາວທີ່ດີ ແລະ ມີວິຊາການທີ່ມີປະສົບການຈຳນວນໜຶ່ງຢູ່ແລ້ວ. ລະບົບ Made in Laos e-Marketplace ຈະຊ່ວຍສົ່ງເສີມ ແລະ ຊຸກຍູ້ ການຊື້-ຂາຍ ສິນຄ້າລາວໃຫ້ງ່າຍ ແລະ ສະດວກຂຶ້ນ ຊ່ວຍໃຫ້ຜູ້ຊື້ມີຄວາມສະດວກໃນການສັ່ງຊື້, ຊຳລະ ແລະ ຈັດສົ່ງ ແລະ ຜູ້ຂາຍ ສາມາດເຂົ້າເຖິງລູກຄ້າທັງພາຍໃນ ແລະ ຕ່າງປະເທດ.
Made in Laos e-Marketplace ແພລດຟອມ ຍັງເຊື່ອມຕໍ່ກັບບັນດາຄູ່ຮ່ວມທຸລະກິດ, ລວມທັງຜູ້ໃຫ້ບໍລິການ e-marketplace ແລະ e-commerce ທ້ອງຖິ່ນ, ເຊັ່ນດຽວກັນກັບ e-payment ແລະ e-logistic. ການເຄື່ອນໄຫວດັ່ງກ່າວແມ່ນເພື່ອແນໃສ່ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ SMEs ໃນທ້ອງຖິ່ນຂອງລາວ ເຊັ່ນດຽວກັນກັບການເພີ່ມຄວາມສາມາດໃນການແຂ່ງຂັນຂອງປະເທດໃນຂະແຫນງການຄ້າ ຜ່ານທາງເອເລັກໂຕຣນິກ.