• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ລາວ-ສ.ເກົາຫຼີ ເພີ່ມທະວີການສົ່ງເສີມ ແລກປ່ຽນການຮ່ວມມືວຽກງານແຮງງານທີ່ດີຂອງສອງຝ່າຍ

ຂ່າວສານ ຮສສລາຍງານວ່າ: ໃນວັນທີ 12 ທັນວາ 2022, ທີ່ແຂວງ ຊຸງຊອງນຳໂດ ສາທາລະນະລັດ ເກົາຫຼີ, ໄດ້ມີພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປລາວ ແລະ ແຂວງຊຸງຊອງນຳໂດ, ສ.ເກົາຫຼີ ກ່ຽວກັບ ການຟື້ນຟູການແລກປ່ຽນ ແລະ ເສີມສ້າງການຮ່ວມມືທີ່ດີຂອງສອງຝ່າຍ.


ໃນໂອກາດທີ່ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວເຮັດວຽກ ທີ່ ສາທາລະນະລັດ ເກົາຫຼີ ໃນລະຫວ່າງວັນທີ 11-15 ທັນວາ 2022ນີ້.


ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຕາງໜ້າໃຫ້ລັດຖະບານລາວ ລົງນາມໃນບົດບັນທຶກຄວາມເຂົ້າໃຈສອງຝ່າຍ ເພື່ອເປັນການແລກປ່ຽນການຮ່ວມມື ແລະ ຄວາມເປັນນໍ້າໜຶ່ງໃຈດຽວກັນຂອງສອງຝ່າຍ ໃນການສົ່ງເສີມການແລກປ່ຽນ ແລະ ເສີມສ້າງການຮ່ວມມືທີ່ດີຂອງ ສອງຝ່າຍ ຮ່ວມກັບ ທ່ານ ຄິມແທຮິມ ເຈົ້າແຂວງ ແຂວງຊຸງຊອງນຳໂດ ສາທາລະນະລັດ ເກົາຫຼີ.


ບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນເພື່ອຢືນຢັນເຈດຈຳນົງຂອງທັງສອງຝ່າຍ ໃນການສົ່ງເສີມການຮ່ວມມືທີ່ເປັນຜົນປະໂຫຍດຕໍ່ສອງຝ່າຍ ແລະ ພັດທະນາການເປັນຄູ່ຮ່ວມງານທີ່ໃກ້ຊິດ ໂດຍຜ່ານການສ້າງຄວາມເຂັ້ມແຂງດ້ານການຮ່ວມມືທີ່ດີ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ແລະ ແຂວງຊຸງຊອງນຳໂດ, ສາທາລະ ນະລັດ ເກົາຫຼີ.

ໃນນັ້ນ ທັງສອງຝ່າຍ ໄດ້ຕົກລົງເຫັນດີຮ່ວມມືກັນດ້ານຕ່າງໆ ບົນພື້ນຖານການນັບຖື ແລະ ເຊື່ອໝັ້ນ ຊຶ່ງກັນ ແລະ ກັນ ເປັນຕົ້ນແມ່ນ ຈະສົ່ງເສີມການແລກປ່ຽນສອງຝ່າຍໃນຂະແໜງກະສິກຳ ໂດຍສະເພາະ ການເຮັດວຽກຮ່ວມກັນຂອງສອງຝ່າຍ ເພື່ອເຮັດໃຫ້ການຈັດສົ່ງແຮງງານກະສິກຳມີຄວາມລາບລື່ນຍິ່ງໆຂື້ນ, ພ້ອມນັ້ນ ກໍຈະໃຊ້ຄວາມພະຍາຍາມໃນການຊອກຫາ ແລະ ສົ່ງເສີມການຮ່ວມມື ໃນດ້ານຕ່າງໆ ທີ່ບໍ່ຈຳກັດພຽງແຕ່ຂະແໜງເສດຖະກິດ, ວັດທະນາທຳ, ການສຶກສາ, ການທ່ອງທ່ຽວ ແລະ ສິ່ງແວດລ້ອມ.

ທັງນີ້ກໍຕ້ອງອີງຕາມການຮ້ອງຂໍຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ແຂວງຈຸງຊອງນຳໂດ ຈະຮ່ວມມືຊວ່ຍເຫຼືອໃນດ້ານການສະໜອງອຸປະກອນດ້ານ IT ແລະ ພາຫະນະສຸກເສີນ ເພື່ອໃຫ້ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໄດ້ຮັບການພັດທະນາຍິ່ງຂຶ້ນໃນຕໍ່ໜ້າ ແລະ ບົດບັນທຶກຄວາເຂົ້າໃຈສະບັບນີ້ ຈະມີຜົນບັງຄັບໃຊ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

Leave a Reply

Your email address will not be published. Required fields are marked *