• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ເປີດໂຄງການຈັດລະບຽບໝໍ້ນັບໄຟໃຫ້ໄດ້ມາດຕະຖານ ເພື່ອຄວາມສວຍງາມຂອງຕົວເມືອງ

ByAdmin N

Dec 18, 2022 #ໄຟຟ້າ

ພິທີເປີດ ໂຄງການຈັດລະບຽບໝໍ້ນັບໄຟໃຫ້ໄດ້ມາດຕະຖານ ເພື່ອຄວາມສວຍງາມຂອງຕົວເມືອງ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 18 ທັນວາ 2022 ທີ່ ບ້ານ ວັດຈັນ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາສາຂາແຂວງທົ່ວປະເທດ.

ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ  ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ  ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີ ກະຊວງການເງິນ ທັງເປັນຄະນະປະຕິຮູບ ຟຟລ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ-ການສື່ສານ ແລະ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຟຟລ ມີຕາງໜ້າຈາກກົມກອງ ກະຊວງກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ, ຄະນະອໍານວຍການ, ຄະນະຝ່າຍ, ຄະນະສາຂາ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໂຄງການດັ່ງກ່າວເປັນໜຶ່ງໃນໜ້າວຽກຂອງກອບການຮ່ວມມື ລະຫວ່າງ ຟຟລ ກັບ ອົງການປົກຄອງນະຄອນຫຼວງວຽງຈັນ ແລະອົງການປົກຄອງທ້ອງຖິ່ນ, ເຊິ່ງໄດ້ເລີ່ມຮ່ວມມືກັນນັບແຕ່ປີ 2021 ເປັນຕົ້ນມາ. ພິທີເປີດໂຄງການໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນໂດຍຍົກໃຫ້ເຫັນບາງດ້ານຄື:

1. ເປັນຈຸດເລີ່ມຕົ້ນຂອງການຈັດຕັ້ງປະຕິບັດວຽກງານ ຂອງ ຟຟລ ໃນການຈັດລະບຽບໝໍ້ນັບໄຟໃຫ້ໄດ້ມາດຕະຖານ ເພື່ອຄວາມສວຍງາມຂອງຕົວເມືອງ ກໍ່ຄືໃນຂອບເຂດທົ່ວປະເທດ.
2. ເພື່ອເປັນການຕ້ອນຮັບວັນສ້າງຕັ້ງ ລັດວິສາຫະກິດໄຟຟ້າລາວ ຄົບຮອບ 61 ປີ.

3. ເພື່ອເພີ່ມທະວີ ຮັດແໜ້ນຄວາມສາມັກຄີໃນການຮ່ວມມື ລະຫວ່າງ ອົງການປົກຄອງທ້ອງຖິ່ນ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ, ບັນດາສາຂາແຂວງຕ່າງໆ ແລະ ລັດວິສາຫະກິດໄຟຟ້າລາວ ພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາສາຂາແຂວງ ໃຫ້ເກີດເປັນສາຍໄຍ ມິດຕະພາບທີ່ໝັ້ນຄົງ ລະຫວ່າງ ພາກລັດ ແລະ ລັດວິສາຫະກິດ.

4. ເປັນການຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະ ຂອງ ຟຟລ ໃຫ້ມີຄວາມພົ້ນເດັ່ນ, ເປັນການເພີ່ມໂອກາດ ໃຫ້ພະນັກງານ-ກຳມະກອນ ໄດ້ໃກ້ຊິດຕິດແທດ ແລະ ແລກປ່ຽນຄວາມຄິດເຫັນ ເຊິ່ງກັນ ແລະ ກັນຫຼາຍຂຶ້ນ.

ນອກຈາກ ພິທີຈະໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນແລ້ວ ຢູ່ທີ່ບັນດາສາຂາແຂວງກໍໄດ້ຮ່ວມກັນຈັດຕັ້ງປະຕິບັດ ແລະ ເປີດໂຄງການດັ່ງກ່າວຢ່າງພ້ອມພຽງໃນທົ່ວປະເທດ ເນື່ອງໃນໂອກາດວັນສ້າງຕັ້ງ ລັດວິສາຫະກິດໄຟຟ້າລາວ ຄົບຮອບ 61ປີ (18/12/1961-18/12/2022)

Leave a Reply

Your email address will not be published. Required fields are marked *