• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ອ້າຍຫຼໍ່-ນ້ອງງາມ! ສ່ອງສາວນໍ້າຝົນ ສາວເມືອງເໜືອທັງງາມທັງເກັ່ງ ພາເຈົ້າພາບເຂົ້າຊີງຊຽງຂວາງເກມ

ການແຂ່ງຂັນບານເຕະຍິງໃນຊຽງຂວາງເກມ ທີ່ແຂວງຊຽງຂວາງ ຖືວ່າມີນັກເຕະຍິງຫຼາຍຄົນເປັນຕາໜ້າຮັກຕາແພງຫຼາຍຄົນ ແຕ່ຄົນທີ່ແອັດມິນຖືກໃຈສຸດ ແລະ ບໍ່ເວົ້າເຖິງບໍ່ໄດ້ເລີຍກໍຄື ສາວນໍ້າຝົນ ວຽງຄໍາ ນັກເຕະຂອງທີມບານເຕະຍິງແຂວງຊຽງຂວາງ ທີ່ກະລັງຕີເຂົ້າຮອບຊີງຫຼຽນຄໍາ ຫຼື ຮອບຊີງຊະນະເລີດເປັນທີ່ຮຽບຮ້ອຍຫຼັງຊະນະ 2 ນັດລວດ.

ເມື່ອເວົ້າເຖິງ ສາວນໍ້າຝົນ ນາມສະກຸນ ວຽງຄໍາ ແລ້ວຫຼາຍຄົນຄົງຈະຄຸ້ນໆກັນແນ່ນອນກັບ ແອັດ ວຽງຄໍາ ກອງຫຼັງຕົວເກັ່ງຂອງທີມຊາດລາວ ແລະ ສະໂມສອນ ມາສເຕີ 7 ເອັຟຊີ ໃນເປບຊີ ລາວລີກ 1 ເຊິ່ງແນ່ນອນທັງສອງແມ່ນອ້າຍນ້ອງກັນຈິ່ງບໍ່ແປກທີ່ ສາວ ນໍ້າຝົນ ຈະເດີນຕາມເສັ້ນທາງນັກເຕະຜູ້ເປັນອ້າຍ.

ສາວນໍ້າຝົນ ເກີດທີ່ບ້ານນາວຽງ ເມືອງຊໍາເໜືອ ແຂວງຫົວພັນ ປັດຈຸບັນອາຍຸພຽງ 18 ປີ ມາສຶກສາຕໍ່ທີ່ ນະຄອນຫຼວງວຽງຈັນ ເລືອກຫຼິ້ນໃຫ້ກັບ ທີມບານເຕະຍິງແຂວງຊຽງຂວາງ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ( ຖ້າມີຂໍ້ມູນເພີ່ມຕື່ມແອັດມິນນົກຈະລາຍງານໃຫ້ຊາບຕື່ມນະຈະ )

ສາວນໍ້າຝົນ ກໍເປັນສ່ວນສໍາຄັນ ພາແຂວງຊຽງຂວາງ ຊະນະ 2 ນັດລວດຄື: ຊະນະ ຫຼວງພະບາງ ແລະ ຈໍາປາສັກ ເກັບເພີ່ມເປັນ 6 ຄະແນນກະລັງຕີເຂົ້າຮອບຊີງຊະນະເລີດໄປພົບກັບ ນະຄອນຫຼວງວຽງຈັນ ທີ່ມີ 6 ຄະແນນເຊັ່ນດຽວກັນ

ໂດຍມື້ນີ້ວັນທີ 18 ທັນວາ 2022 ເວລາ 15:00 ໂມງທີ່ສະໜາມໄຊຊະນະ ນໍ້າຝົນ ມີນັດພາ ຊຽງຂວາງ ພົບກັບ ນະຄອນຫຼວງວຽງຈັນ ນັດສຸດທ້າຍຮອບຄັດເລືອກ ເຊິ່ງຜົນນັດນີ້ຈະບໍ່ມີຝົນຕໍ່ການເຂົ້າຮອບ ຫຼື ຕົກຮອບ ເພາະທັງສອງທີມເຂົ້າຮອບຊີງຊະນະເລີດໄປແລ້ວ ໂດຍຮອບຊີງຈະແຂ່ງຂັນກັນອີກເທື່ອໜຶ່ງ ໃນວັນທີ 20 ທັນວາ 2022 ນະຄອນຫຼວງ ພົບ ຊຽງຂວາງ ເວລາ 15:00 ໂມງ.

ສໍາລັບ ການແຂ່ງຂັນບານເຕະຍິງ ໃນຊຽງຂວາງເກມ ມີພຽງ 4 ພາກສ່ວນເຂົ້າຮ່ວມຄື: ແຂວງຊຽງຂວາງ ເຈົ້າພາບ, ຫລວງພະບາງ, ນະຄອນຫຼວງວຽງຈັນ ແລະ ຈຳປາສັກ ໂດຍຮູບແບບການແຂ່ງຂັນພົບກັນໝົດ ແລ້ວຄັດເອົາທີມທີ່ມີຕິດອັນດັບ 1 ແລະ 2 ມາຊີງຫຼຽນຄຳ, ສ່ວນທີ 3 ໄດ້ຫຼຽນທອງໄປເລີຍ.
ຂ່າວ: ແອັດມິນນົກ

Leave a Reply

Your email address will not be published. Required fields are marked *