• Fri. Dec 8th, 2023

Lao Sport Update

ຮອບດ້ານວົງການກິລາ

ໄດ້ແລ້ວ 4 ທີມ ບານເຕະຊາຍ ຜ່ານເຂົ້າຮອບຮອງຊະນະ ເລີດ ຊຽງຂວາງ ເກມ 2022

ການແຂ່ງຂັນກິລາບານເຕະຊາຍ ຮອບ 8 ທີມສຸດທ້າຍໃນມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງ ເກມ 2022 ຈັດຂຶ້ນໃນຕອນບ່າຍວັນທີ 17 ທັນວານີ້.

ໃນນີ້ 2 ຄູ່ແຂ່ງຂັນກັນຢູ່ສະຫນາມກິລາໄຫຫີນ, ນະຄອນຫລວງວຽງຈັນ ຊະນະ ແຂວງຄໍາມ່ວນ 2:0 ແລະ ແຂວງຊຽງຂວາງ ເຈົ້າພາບ ຊະນະ ແຂວງສາລະວັນ 1:0.


ສ່ວນອີກ 2 ຄູ່ທີ່ແຂ່ງຂັນກັນຢູ່ສະຫນາມກິລາໄຊຊະນະ, ແຂວງວຽງຈັນ ຊະນະ ແຂວງຈໍາປາສັກ ດ້ວຍການຍິງລູກໂທດ 5:4 ພາຍຫລັງສະເໝີກັນໃນເວລາປົກກະຕິ 1:1, ສ່ວນອີກ 1 ຄູ່ ແຂວງເຊກອງ ຊະນະ ແຂວງ ຫົວພັນ 2:1.


ສໍາລັບບານເຕະຊາຍ ຮອບຮອງຊະນະເລີດໃນຊຽງຂວາງ ເກມ 2022 ຈະແຂ່ງຂັນກັນໃນວັນທີ 19 ທັນວາ ທີ່ສະຫນາມກິລາໄຫຫີນ, ແຂວງວຽງຈັນ ຈະພົບ ແຂວງເຊກອງ ໃນເວລາ 13 ໂມງ 00 ແລະ ນະຄອນຫລວງວຽງຈັນ ພົບແຂວງຊຽງຂວາງ ເຈົ້າພາບ ເວລາ 15 ໂມງ 15 ນາທີ.

ພາບ: ສົງການ

Leave a Reply

Your email address will not be published. Required fields are marked *