• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຊົງຜົມແຟຊັນ ຮຸ່ງ ໄຊສະຫວ່າງ ຍິງປະຕູຕ໊ອກຢໍ້າໄຊຊະນະໃຫ້ ສາວນະຄອນຫຼວງ ດັບຝັນ ຈໍາປາສັກ

ທີມບານເຕະຍິງ ນະຄອນຫຼວງວຽງຈັນ ລົງສະໜາມນັດທີ 2 ສາມາດເອົາຊະນະ ຈໍາປາສັກ 2-0 ໃນການແຂ່ງຂັນກີລາບານເຕະຍິງ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ປະຈໍາວັນທີວັນທີ 16 ທັນວາ 2022 ຮອບຄັດເລືອກ ນັດທີ 2 ທີ່ສະໜາມໄຊຊະນະ ເມືອງແປກ ແຂວງຊຽງຂວາງ.

ທີມບານເຕະຍິງ ນະຄອນຫຼວງວຽງຈັນ ໄດ້ປະຕູຂຶ້ນນໍາ 1-0 ຈາກການຍິງຂອງ ອິນທິດາ ຄູນສີ ນາທີໆ 44, ສ່ວນເຄິ່ງເວລາທີ 2 ນະຄອນຫຼວງວຽງຈັນ ຍັງຄຸມເກມໄດ້ເໜືອກວ່າ ກ່ອນທີ່ໄລຍະທ້າຍເກມນາທີໆ 88 ຮຸ່ງ ໄຊສະຫວ່າງ ເຈົ້າຂອງເບີ 10 ແລະ ຊົງຜົມແປກໝູ່ ຈະມາຍິງປະຕູຕ໊ອກຢໍ້າໄຊຊະນະໃຫ້ກັບ ນະຄອນຫຼວງວຽງຈັນ ເອົາຊະນະ ຈໍາປາສັກ 2-0.

ຈາກຜົນດັ່ງກ່າວ ທີມບານເຕະສາວນະຄອນຫລວງວຽງຈັນ ແຊ້ມບານເຕະແຫ່ງຊາດ 2022 ເກັບເພີ່ມເປັນ 6 ຄະແນນຂຶ້ນນໍາຕາຕະລາງຄະແນນລວມ ຫຼັງຈາກທີ່ນັດທໍາອິດເອົາຊະນະ ແຂວງຫຼວງພະບາງ ແບບຫວຸດວິດ 1-0, ສ່ວນ ຈໍາປາສັກ ເສຍ 2 ນັດລວດ.

ສໍາລັບ ການແຂ່ງຂັນບານເຕະຍິງ ໃນຊຽງຂວາງເກມ ມີພຽງ 4 ພາກສ່ວນເຂົ້າຮ່ວມຄື: ແຂວງຊຽງຂວາງ ເຈົ້າພາບ, ຫລວງພະບາງ, ນະຄອນຫຼວງວຽງຈັນ ແລະ ຈຳປາສັກ ໂດຍຮູບແບບການແຂ່ງຂັນພົບກັນໝົດ ແລ້ວຄັດເອົາທີມທີ່ມີຕິດອັນດັບ 1 ແລະ 2 ມາຊີງຫຼຽນຄຳ, ສ່ວນທີ 3 ໄດ້ຫຼຽນທອງໄປເລີຍ.
ຂ່າວ-ຮູບ: Larh Creator ທີມຂ່າວເສດຖະກິດ-ການຄ້າ ລາຍງານຈາກແຂວງຊຽງຂວາງ

Leave a Reply

Your email address will not be published. Required fields are marked *