ຂໍສະແດງຄວາມຍິນດີກັບຊາວຫົວພັນ ເມື່ອທີມບານເຕະຊາຍ ສ້າງປະຫວັດສາດເຂົ້າຮອບ 8 ທີມສຸດທ້າຍໃນກີລາແຫ່ງຊາດ ເປັນຄັ້ງທີ 2 ຫຼັງນັດສຸດທ້າຍຮອບແບ່ງກຸ່ມສະເໝີກັບ ສາລະວັນ 2-2 ກອດຄໍກັນເຂົ້າຮອບ
ເຊິ່ງຫຼັງຈາກເຈົ້າຮອບ ນັກເຕະ ແລະ ຄະນະຄູຝຶກຂອງ ທິີມບານເຕະແຂວງຫົວພັນ ພາກັນເກັບຂີ້ເຫຍື້ອເພື່ອຮັກສາຄວາມສະອາດຊ່ວຍກັນ ( ຄິດເຫັນຕອນທີມຊາດຍີ່ປຸ່ນ ໃນບານໂລກ 2022 ແຟນບານກໍພາກັນເກັບຂີ້ເຫຍື້ອຫຼັງສໍາເລັດການແຂ່ງຂັນ )
ສ່ວນ ສະຫວັນນະເຂດ ເຖິງຈະຊະນະ ຫຼວງພະບາງ 2-0 ເກັບເພີີ່ມເປັນ 4 ຄະແນນເທົ່າກັບ ຫົວພັນ ແຕ່ລາຍການນີ້ໃຊ້ເຮດທູເຮດຕັດສິນເຂົ້າຮອບ ໂດຍຫົວພັນ ຊະນະ ສະຫວັນນະເຂດ ມາກ່ອນ 1-0
ເຮັດໃຫ້ ສາລະວັນ ມີ 5 ຄະແນນເຂົ້າຮອບ ໃນຖານະອັນດັບ 1 ກຸ່ມ ງ ແລະ ຫົວພັນ ມີ 4 ຄະແນນ ເຂົ້າຮອບໃນຖານະອັນດັບ 2 ຂອງກຸ່ມ
ຂະນະທີ່ ສະຫວັນນະເຂດ ມີ 4 ຄະແນນຕົກຮອບໄປເຊັ່ນດຽວກັບ ຫຼວງພະບາງ ທີ່ມີ 3 ຄະແນນ