ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນຄ່ຳວັນທີ 13 ທັນວາ 2022 ໂດຍມີມວນຊົນລາວ ແລະ ຕ່າງປະເທດ ໂດຍສະເພາະແມ່ນຊາວແຂວງຊຽງຂວາງ ເຂົ້າຮ່ວມຊົມເຕັມສະໜາມໄຫຫີນ ບ້ານຄັງໜອງຫຼວງ ເມືອງແປກ ແຂວງຊຽງຂວາງ ເຊິ່ງສະໜາມດັ່ງກ່າວສາມາດບັນຈຸໄດ້ 10 ພັນກວ່າຄົນ. (ຄລິບ)
ພິທີດັ່ງກ່າວໃຫ້ກຽດກ່າວເປີດງານຢ່າງເປັນທາງການໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ,ຄະນະນັກດີລາ, ລວມເຖິງມວນຊົນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຊົມເຕັມສະໜາມໄຫຫີນ ບ້ານຄັງໜອງຫຼວງ ເມືອງແປກ ແຂວງຊຽງຂວາງ ລວມເຖິງມວນຊົນເຂົ້າຮ່ວມພ້ອມພຽງ.
ພິທີເປີດເລີ່ມຕົ້ນດ້ວຍການສະແດງບິນຂອງເຮືອບິນ LE500 ແລະ ເຮືອບິນຍັກ 130, ຕໍ່ດ້ວຍການໂດດຈ້ອງ ຈາກກອງທັບປະຊາຊົນລາວ (ກອງຮ້ອຍໂດດຈ້ອງ) ແລະ ການສະແດງສິລະປະວັນນະຄະດີຫລາຍຮູບແບບ ເປັນຕົ້ນ, ບົດຟ້ອນ, ຮ້ອງເພງ, ຂັບລຳ ແລະ ການເດີນສວນສະໜາມ ຂອງກ້ອນກຳລັງຕ່າງໆ ເຊິ່ງມີທັງໝົດ 31 ກ້ອນກຳລັງ ຂອງບັນດາແຂວງ ໃນຂອບເຂດທົ່ວປະເທດ ແລະ ຂອງບັນດາກະຊວງ, ອົງການ ທີ່ກ່ຽວຂ້ອງ ເລີ່ມຈາກກ້ອນກໍາລັງທໍາອິດກໍຄື ກະຊວງປ້ອງກັນປະເທດ ແລະ ປິດທ້າຍດ້ວຍກ້ອນກໍາລັງຂອງເຈົ້າພາບ ແຂວງຊຽງຂວາງ.
ສໍາລັບມະຫະກໍາກີລາແຫ່ງຊາດ ຄັ້ງທີ XI ນີ້ ແຂ່ງຂັນທັງໝົດ 25 ປະເພດກີລາຄື: ຍິງປືນ, ລອຍນໍ້າ, ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສີລັດ, ມວຍປໍ້າ, ຄາຣາເຕໂດ, ກະຕໍ້-ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກ໊ອຟ, ດອກປີກໄກ່, ເຕັນນິສ, ລົດຖີບ, ປິງປ໋ອງ, ມວຍລາວ, ຢູໂດ ແລະ ວູຊູ ແລະ ມີນັກກີລາ 3.093 ຄົນຈາກ 17 ແຂວງ, 1 ນະຄອນຫລວງ ແລະ 4 ກະຊວງເປັນຕົ້ນ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງສາທາລະນະສຸກ ເຂົ້າຮ່ວມຊີງຫລຽນທັງໝົດ 2.598 ຫລຽນ.
ສຳລັບບາງປະເພດກີລາ ໄດ້ແຂ່ງຂັນມາແຕ່ວັນທີ 14 ພະຈິກ 2022 ຢູ່ນະຄອນຫລວງວຽງຈັນຄື: ກິລາລອຍນ້ຳ ແລະ ກິລາຍິງປືນ, ສ່ວນຢູ່ແຂວງຊຽງຂວາງເລີ່ມມາແຕ່ວັນທີ 1 ທັນວາ 2022 ແລະ ມາຮອດວັນທີ 13 ທັນວາ 2022 ມີ 11 ປະເພດກີລາແຂ່ງສໍາເລັດແລ້ວ ຄື: ກີລາລອຍນໍ້າ, ແລ່ນ-ລານ, ເທຄັວນໂດ, ມວຍປໍ້າ, ຍິງທະນູ-ຍິງໜ້າເກັກ, ຄາຣາເຕໂດ, ໝາກເສິກ, ບານບ້ວງ, ປັນຈັກສີລັດ, ມວຍສາກົນ ແລະ ໝາກແລ້ ແລະ ຈະດຳເນີນໄປຈົນຮອດວັນທີ 22 ທັນວາ 2022 ຈິ່ງຈະສໍາເລັດ.