• Sat. Jun 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ຊີ້ແຈງດຣາມ້າ ສະຫຼະໃນໃບ 50,000 ກີບໃໝ່ ຄວາມຈີງຕາມນີ້

ຄວາມຄົມຊັດຂອງກ້ອງເປັນບັນຫາ ຖ່າຍຮູບອອກມາເປັນຄົນລະແນວກັບຕົວຈີງ ກາຍເປັນປະເດັນດຣາມ້າ ຕູ່ຫາວ່າພິມເງິນອອກມາຜິດວ່າໄປນໍຄົນ ການໃຊ້ສື່ຕ້ອງບໍຕັດສິນໃນສິ່ງທີ່ເຫັນພຽງໃນພາບຕາບໃດທີ່ບໍທັນໄດ້ຈັບດ້ວຍມື ຫຼື ບໍທັນຮູ້ຄວາມຈີງຈາກສິ່ງນັ້ນ ດຽວກໍເປັນຄືໂຕໜັງສືໃນເງິນໃບ 50.000 ກີບນີ້.

May be an image of 2 people, money and text

ກະແສສັງຄົມອອນລາຍວິຈານມົ່ວທົ່ວທີບ ກ່ຽວກັບການເບິ່ງໂຕໜັງສືໃນທະນະບັດປະເພດໃບ 50.000 ກີບ “ຫ້າສິບພັນກີບ” (ລຸ້ນປີ 2020) ທີ່ຖ່າຍພາບຈາກກ້ອງຂອງຕົນເອງແລ້ວໂພສລົງ Facebook, ເຊິ່ງເບິ່ງຜິວເຜີນແລ້ວເຫັນເງົາໂຕໜັງສືຄ້າຍຄືເປັນຄຳວ່າ “ຫ້າສຶບພັນກືບ” ນັ້ນເປັນການສ້າງປະເດັນໃນສື່ສັງຄົມອອນລາຍ.

May be an image of money

ສຳລັບໂຕໜັງສື “ຫ້າສິບພັນກີບ” ແມ່ນໄດ້ຂຽນຖືກຕ້ອງຕາມຫຼັກການທັງໝົດ ແລະ ໄດ້ຜ່ານການອອກແບບທີ່ໄດ້ມາດຕະຖານທາງວິຊາການຄົບຖ້ວນ, ຖ້າພວກເຮົາເບິ່ງຕາມໂທນສີຂອງໂຕໜັງສືກໍຈະເຫັນເປັນສະຫຼະຢ່າງຊັດເຈນ ແລະ ການອອກແບບແມ່ນໄດ້ໃຊ້ຂອບສີຂາວໃສ່ໂຕໜັງສື ເປັນການອອກແບບໂດຍໃຊ້ເອັບເຟັກ (effect) ເງົາຂອງຟ້ອນ (Font) ໂຕໜັງສື, ເຮັດໃຫ້ຕົວໜັງສືໜາ ແລະ ໂດດເດັ່ນຂຶ້ນຈາກອົງປະກອບອື່ນໆຈາກສີພື້ນຫຼັງ, ນັ້ນແມ່ນເຕັກນິກການອອກແບບເພື່ອເຮັດໃຫ້ແຕ່ລະອົງປະກອບຂອງທະນະບັດມີຄວາມຈະແຈ້ງຊັດເຈນ.

May be an image of money and text that says '08:08 < คุณอยู่ใน 13/12/65 08:08 สื่อทั้งหมด สับพับ ท้าสิบพั и'
ສ່ວນການຍົກປະເດັນທີ່ປະກົດຕາມສື່ສັງຄົມອອນລາຍນັ້ນແມ່ນເປັນພຽງພາບສະທ້ອນອອກຈາກພື້ນລາຍໃນໃບເງິນ ເຊິ່ງອາດຈະເກີດມາຈາກຄວາມຄົມຊັດຂອງກ້ອງຖ່າຍຮູບຂອງຜູ້ຖ່າຍທີ່ບໍ່ຊັດເຈນ ແລະ ຮູບພາບທີ່ເຫັນກໍ່ຂຶ້ນກັບຄວາມລະອຽດຂອງກ້ອງຖ່າຍຮູບຂອງໃຜມັນ. ຖ້າໃຊ້ກ້ອງຖ່າຍຮູບທີ່ມີຄວາມລະອຽດສູງ ແລະ ຢູ່ໃນຈັງຫວະການວາງກ້ອງທີ່ຖືກຕ້ອງກໍ່ຈະສາມາດຈໍາແນກສະຫຼະເທິງທະນະບັດໄດ້ຢ່າງຊັດເຈນ.

May be an image of text
ຂໍໃຫ້ສັງຄົມຈົ່ງເຊື່ອໝັ້ນຕໍ່ການນໍາເອົາທະນະບັດໃບໃໝ່ອອກສູ່ສັງຄົມເພື່ອນໍາໃຊ້, ບໍ່ໃຫ້ໄປຫຼົງເຊື່ອຕໍ່ກະແສສື່ສັງຄົມອອນລາຍທີ່ບໍ່ຫວັງດີ.

May be an image of 1 person and money

ກົດເບິ່ງສື່ບັນເທີງອື່ນໆທີ່:

Leave a Reply

Your email address will not be published. Required fields are marked *