• Sat. Jun 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ລັດຖະບານ ໂຈະການພິຈາລະນາອະນຸມັດໂຄງການຂຸດຄົ້ນແຮ່ເຫລັກແບບທົດລອງ ໂດຍຈະຫັນມາດຶງດູດການລົງທຶນສ້າງໂຮງງານຫຼອມເຫຼັກ ແທນການສົ່ງອອກແຮ່ເຫຼັກ

ຂປລ. ໃນວາລະການດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນ ທີ 9 ທັນວາ 2022, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີ ໄດ້ມີຄໍາເຫັນສັງລວມ ແລະ ຊີ້ແຈງເພີ່ມຕື່ມ ຕໍ່ວຽກ ງານລັດຖະບານ ເພື່ອໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ບັນດາສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ ເປັນຕົ້ນ ມາດຕະການຂອງລັດຖະບານ ຕໍ່ກັບການແກ້ໄຂລາຄາແຮ່ເຫລັກໃນຕະຫລາດໂລກຫລຸດລົງ ເມື່ອທຽບໃສ່ໄລຍະຕົ້ນຂອງການອະນຸຍາດ ຂຸດຄົ້ນແຮ່ທາດແບບເຮັດທົດລອງ ເຮັດໃຫ້ບໍ່ສາມາດສົ່ງອອກ ບັນລຸຕາມແຜນການທີ່ວາງໄວ້.


ທ່ານນາຍົກ ກ່າວວ່າ: ໂຄງການຂຸດຄົ້ນແຮ່ເຫລັກແບບທົດລອງ ເປັນໂຄງການທີ່ລັດຖະບານຈັດຕັ້ງປະຕິບັດ ຕາມເນື້ອໃນຈິດໃຈ ຂອງວາ ລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຫຍຸ້ງຍາກດ້ານເສດຖະກິດ-ການເງິນ. ຈາກການຈັດຕັ້ງປະຕິບັດ ເຖິງວ່າຈະມີສິ່ງທ້າທາຍຫລາຍປະການ ເຮັດໃຫ້ບໍ່ສາມາດບັນລຸຕາມຄາດໝາຍ ແຕ່ກໍສາມາດເກັບລາຍຮັບໄດ້ໃນລະດັບທີ່ແນ່ນອນ, ຮອດເດືອນທັນວາ 2022 ລັດຖະບານສາມາດປະຄັບປະຄອງ ບໍ່ໃຫ້ປະເທດຕົກເຂົ້າສູ່ວິກິດ ທີ່ບໍ່ສາມາດຊໍາລະໜີ້ສິນ ແລະ ສາມາດຈັດສັນງົບປະມານ ເພື່ອຊໍາລະໜີ້ສິນຂອງຕ່າງປະເທດ ໄດ້ຕາມກໍານົດເວລາ.

ເພື່ອແກ້ໄຂບັນຫາສະພາບລາຄາແຮ່ເຫລັກທີ່ຫລຸດລົງ ເຮັດໃຫ້ການສົ່ງອອກບໍ່ໄດ້ຕາມແຜນ ລັດຖະບານໄດ້ຊີ້ນໍາ ກະຊວງພະ ລັງງານ ແລະ ບໍ່ແຮ່, ກະຊວງກ່ຽວຂ້ອງ ແລະ ອົງການປົກ ຄອງທ້ອງຖິ່ນ ຄົ້ນຄ້ວາຊອກທຸກວິທີແກ້ໄຂບັນຫາດັ່ງກ່າວ ທັງຊຸກຍູ້ຕິດຕາມ ແລະ ທົບທວນພັນທະແບບມອບເໝົາການທົດລອງ ຂຸດຄົ້ນແຮ່ເຫລັກຄືນໃໝ່ ໃຫ້ເໝາະສົມກັບສະພາບການຊື້-ຂາຍໃນທ້ອງຕະຫລາດ.

ໃນກໍລະນີລາຄາແຮ່ເຫລັກໃນຕະຫລາດສາກົນສືບຕໍ່ຫລຸດລົງ ຕໍ່າກວ່າ 50 ໂດລາສະຫະລັດຕໍ່ໂຕນ ຄ້າຍຄືກັບທ້າຍປີ 2015-2016, ລັດຖະບານ ເຫັນວ່າຄວນຢຸດການສົ່ງອອກແຮ່ເຫລັກ ເພື່ອຮັກສາໄວ້ສະໜອງໃຫ້ໂຮງງານຫລອມເຫລັກ ຕາມນະໂຍບາຍສົ່ງເສີມຂອງລັດຖະບານ ເຊິ່ງກະຊວງກ່ຽວຂ້ອງກໍາລັງສຶກສາຄວາມເປັນໄປໄດ້ ໃນການດຶງດູດນັກລົງທຶນທັງ ພາຍ ໃນ ແລະ ຕ່າງປະເທດມາລົງທຶນ. ພ້ອມນີ້, ລັດຖະບານຈະສືບຕໍ່ປັບປຸງ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ແລະ ປັດຈຸບັນ ໄດ້ໂຈະການພິຈາລະນາອະນຸມັດໂຄງການໃໝ່ ເພື່ອໃຫ້ຂະ ແໜງການກ່ຽວຂ້ອງປະເມີນ ຜົນການຈັດຕັ້ງປະຕິບັດ ໄລ ຍະຜ່ານມາ ເພື່ອປັບປຸງໃຫ້ມີປະສິດທິຜົນ.

ກົດເບິ່ງວີດີໂອບັນເທີງອື່ນໆທີ່:

 

Leave a Reply

Your email address will not be published. Required fields are marked *