ການແຂ່ງຂັນເຕະບານ ເຊຣີອາ ອີຕາລີ ລະດູການ 2022-23 ນັດທີ 5 ຄືນວັນທີ 4 ກັນຍາຜ່ານມາ, ອູດີເນເຊ່ ເປີດບ້ານຖະຫລົ່ມ ໝາປ່າ ໂຣມ້າ ແບບເກີນຄາດເຖິງ 4-0 ທັງໆທີ່ລູກທີມ ມູຣິນໂຢ້ ຜົນງານກຳລັງດີ ບໍ່ເສຍມາ 3 ນັດກ່ອນໜ້ານີ້ ເຈົ້າບ້ານໄດ້ປະຕູນາທີ 5′, 56′, 75′ ແລະ 82′.
ອູດີເນເຊ່ ຊະນະ ໂຣມ້າ ນັດທຳອິດຈາກ 5 ນັດຫລັງສຸດທີ່ພົບກັນ ມີ 10 ຄະແນນເທົ່າກັບ ໂຣມ້າ ຈາກການລົງຫລິ້ນ 5 ນັດ ຊະນະ 3 ສະເໝີ 1 ເສຍ 1, ນັດຕໍ່ໄປ ອູດີເນເຊ່ ຈະໄປຢາມ ຊັສຊູໂລ້ ວັນທີ 11 ກັນຍາ, ຂະນະທີ່ ໂຣມ້າ ຈະໄປຢາມເອັມໂປລີ ວັນທີ 12 ກັນຍາ ແຕ່ໂຣມ້າ ຈະລົງຫລິ້ນເກມ ຢູໂຣປ້າລີກ ຮອບແບ່ງກຸ່ມນັດທຳອິດ ໃນວັນທີ 8 ກັນຍາກ່ອນ ບຸກໄປຢາມ ລູໂດໂກເຣັດ.
Photo: Udinese Calcio 1896 & AS Roma