ກາຍເປັນປະຕູປະຫວັດສາດຂອງ ບິລລີ ເກດແກ້ວພົມພອນ ນັກເຕະເຊື້ອສາຍລາວ-ຝຣັ່ງ ທີ່ຍິງປະຕູໃຫ້ກທີມຊາດລາວ ຊຸດໃຫຍ່ ໄດ້ແລ້ວ ຫຼັງຈາກຍິງປະຕູໃສ່ ທີມຊາດໄທ ຮຸ່ນອາຍຸບໍ່ເກີນ 23 ປີ ໃນວັນທີ 11 ທັນວາ 2022 ໃນນາທີໆ 29 ເຮັດໃຫ້ ທີມຊາດລາວ ຂຶ້ນນໍາ 1-0 ໃນການອຸ່ນເຄື່ອງທີ່ປະເທດໄທ.
ນັດດັ່ງກ່າວ ນາທີໆ 29 ຈັງຫວະເປີດເຕະມູມຂອງທີມຊາດລາວ ເປີດເຂົ້າເຂດໂທດໃຫ້ ບິລລີ ໂໝ່ງສຸດຄົມເຂົ້າໄປຢ່າງສວຍງາມ ເຮັດໃຫ້ ທີມຊາດລາວ ຂຶ້ນນໍາໄປກ່ອນ 1-0 ກ່ອນທີ່ຈະຈົບການແຂ່ງຂັນ ທີມຊາດລາວ ຊຸດໃຫຍ່ ເອົາຊະນະ ທີມຊາດໄທ ຢູ 23 ໄປດ້ວຍຄະແນນ 1-0 ເບິ່ງຄລິບລຸ່ມນີ້:
ກ່ອນໜ້ານີ້ ທ່ານ ໄມເຄິລ ໄວທ໌ ຫົວໜ້າຄູຝຶກທີມຊາດລາວ ເອີ້ນ 4 ນັກເຕະລະດັບທ໊ອບຂອງທີມຊາດລາວ ມາຮັບໃຊ້ທີມຊາດຊຸດໃຫຍ່ ໄປອຸ່ນເຄື່ອງຢູ່ທີ່ປະເທດໄທ ກຽມພ້ອມໃສ່ລາຍການໃຫຍ່ກໍຄື ບານເຕະຊີງແຊັມອາຊີ ລາຍການ AFF Mitsubishi Electric Cup 2022
ໂດຍຈໍານວນ 28 ຄົນທີ່ວ່າກໍປະກອບມີ້: ບິນລີ້ ເກດແກ້ວພົມພອນ ນັກເຕະລູກຊອດລາວ-ຝຣັ່ງ, ມິດສະດາ ສາຍໃຕ້ຟ້າ ຈາກ ສະໂມສອນ ຫາດໃຫຍ່ ( ໄທລີກ 3 ), ພິທັກ ກອງມາທິລາດ ຈາກ ສະໂມສອນ ນະຄອນປະຖົມຢູໄນເຕັດ ( ໄທລີກ 2 ) ແລະ ສຸກອາພອນ ວົງຈຽງຄຳ ຈາກ ສະໂມສອນ ຕຣາດ ( ໄທລີກ 2 )
ຫຼ້າສຸດມື້ນີ້ ສະຫະພັນບານເຕະແຫ່ງຊາດລາວ ປະກາດລາຍຊື່ນັກກິລາທີມຊາດລາວ 28 ຄົນທີຈະຮ່ວມເກັບຕົວຝືກຊ້ອມອຸ່ນເຄື່ອງພົບກັບ ທີມຊາດໄທ ຮຸ່ນອາຍຸບໍ່ເກີນ 23 ປີ , ພາຍຫລັງຈົບຈາກການອຸ່ນເຄືອງເກັບໂຕຄັ້ງນີ້ແລ້ວ ຈະໄດ້ຕັດໂຕເອົານັກກິລາໃຫ້ເຫລືອ 23 ຄົນສຸດທ້າຍ ເພື່ອເຂົ້າຮ່ວມແຂ່ງຂັນໃນລາຍການຊີງແຊ້ມອາຊຽນ ຫຼື AFF Cup 2022 (ລາຍລະອຽດເບິ່ງຄລິບລຸ່ມນີ້ )
ສໍາລັບ ປະຫວັດຂອງ ບິລລີ ເບີ່ງໄດ້ທີ່ຄລິບລຸ່ມນີ້: