ບິລລີ ເກດແກ້ວພົມພອນ ນັກເຕະເຊື້ອສາຍລາວ-ຝຣັ່ງ ແລະ ມິດສະດາ ສາຍໃຕ້ຟ້າ ກວນຄືນມາຮ່ວມຝຶກຊ້ອມຮ່ວມ ທີມຊາດລາວ ຊຸດໃຫຍ່ ອີກຄັ້ງໃນຮອບ 1 ປີ ເພື່ອກຽມລົງສະໜາມໃຫ້ກັບທີມຊາດລາວ ຊຸດໃຫຍ່ ລົງອຸ່ນເຄື່ອງກັບ ທີມຊາດໄທ ຢູ 23 ຢູ່ທີ່ປະເທດໄທ ໃນວັນທີ 11 ກັບ 14 ທັນວາ 2022.
ບິລລີ້ ເຄີຍຮັບໃຊ້ທີມຊາດລາວ ຄັ້ງທໍາອິດໃນປະຫວັດສາດເມື່ອປີ 2021 ທີ່ຜ່ານມາ ເຂົ້າຮ່ວມການແຂ່ງຂັນບານເຕະ ຊູຊູກິ ຄັບ ກ່ອນທີ່ຈະຫາຍໜ້າຫາຍຕາໄປຈາກທີມຊາດລາວ ດົນເຕີບ ຈົນຫຼ້າສຸດກັບມາຊ້ອມກັບ ທີມຊາດລາວ ຊຸດໃຫຍ່ ໃນຕອນແລງຂອງວັນທີ 9 ທັນວາ 2022 ເພື່ອກຽມລົງອຸ່ນເຄື່ອງກັບທີມຊາດໄທ ຢູ 23 ເພື່ອກຽມພ້ອມໃສ່ລາຍການໃຫຍ່ (ລາຍລະອຽດເບິ່ງຄລິບລຸ່ມນີ້ )
ກ່ອນໜ້ານີ້ ທ່ານ ໄມເຄິລ ໄວທ໌ ຫົວໜ້າຄູຝຶກທີມຊາດລາວ ເອີ້ນ 4 ນັກເຕະລະດັບທ໊ອບຂອງທີມຊາດລາວ ມາຮັບໃຊ້ທີມຊາດຊຸດໃຫຍ່ ໄປອຸ່ນເຄື່ອງຢູ່ທີ່ປະເທດໄທ ກຽມພ້ອມໃສ່ລາຍການໃຫຍ່ກໍຄື ບານເຕະຊີງແຊັມອາຊີ ລາຍການ AFF Mitsubishi Electric Cup 2022
ແລະ ກໍມີການປະກາດ 28 ຄົນທີ່ວ່າກໍປະກອບມີ້: ບິນລີ້ ເກດແກ້ວພົມພອນ ນັກເຕະລູກຊອດລາວ-ຝຣັ່ງ, ມິດສະດາ ສາຍໃຕ້ຟ້າ ຈາກ ສະໂມສອນ ຫາດໃຫຍ່ ( ໄທລີກ 3 ), ພິທັກ ກອງມາທິລາດ ຈາກ ສະໂມສອນ ນະຄອນປະຖົມຢູໄນເຕັດ ( ໄທລີກ 2 ) ແລະ ສຸກອາພອນ ວົງຈຽງຄຳ ຈາກ ສະໂມສອນ ຕຣາດ ( ໄທລີກ 2 ) ເບິ່ງຄລິບລຸ່ມນີ້
ທີມຊາດລາວຈະມີເກມອຸ່ມເຄື່ອງຢ່າງເປັນທາງການພົບກັບ ທີມຊາດໄທ ຮຸ່ນອາຍຸບໍ່ເກີນ 23ປີ ສອງນັດ:
1. ວັນທີ 11 ທັນວາ 2022 ແລະ
2. ວັນທີ 14 ທັນວາ 2022
ທີ່ສະໜາມ ມະຫາວິທະຍາໄລ ທຳມະສາດຣັງສິດ (ປະເທດໄທ) ທັງສອງເກມຈະແຂ່ງຂັນໃນເວລາ 17:30 (ສຳລັບຊ່ອງທາງການຖ່າຍຖອດສົດຈະແຈ້ງຕື່ມອີກຄັ້ງ).