ປະສານສຽງກັນຢ່າງມ່ວນ ແລະ ລົງໂຕ ກັບ 2 ສິນລະປິນ ຢ່າງ ຕ່າຍ ອາກາດ ແລະ ນັດດາວ ກັບເພງທີ່ມີຄວາມໝາຍຂອງ 2 ຊາດລາວຈີນ ຄືເພງ “ເສັ້ນທາງທີ່ສະຫວ່າງສະໄຫວ” ທີ່ມ່ວນ ແລະ ຊຶ້ງ ຄວາມໝາຍດີ ເພື່ອສະເຫຼີມສະຫຼອງຄົບຮອບ 1 ປີ ແຫ່ງການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ
ແຕ່ນີ້ໄປ, ສອງປະເທດລາວ-ຈີນ ຈະບໍ່ມີພູຜາສູງຊັນ ແລະການເດີນທາງຈະບໍ່ຍືດຍາວ” ນີ້ບໍ່ພຽງແຕ່ເປັນຄໍາເວົ້າຂອງການນໍາສູງສຸດສອງປະເທດຈີນ-ລາວ ທີ່ໄດ້ກ່າວໃນພິທີການເປີດນໍາໃຊ້ທາງລົດໄຟລາວ-ຈີນ ທີ່ຈັດຂຶ້ນເມື່ອວັນທີ 3 ທັນວາ 2021 ເທົ່ານັ້ນ, ຫາກຍັງເປັນສຽງໃນໃຈປະຊາຊົນສອງປະເທດນໍາອີກ.
ມາຮອດວັນທີ 3 ທັນວາ 2022, ເສັ້ນທາງທາງລົດໄຟລາວ-ຈີນ ໄດ້ເປີດບໍລິການຄົບຮອບ 1 ປີ ແລະສາມາດເວົ້າໄດ້ວ່າປະສົບຜົນສໍາເລັດໄດ້ຢ່າງປະຈັກຕາ ເປັນຕົ້ນແມ່ນ: ປະລິມານ ແລະຄຸນນະພາບການຂົນສົ່ງຜູ້ໂດຍສານ ແລະສິນຄ້າມີການເພີ່ມຂຶ້ນ, ເສັ້ນທາງຂົນສົ່ງສິນຄ້າສາກົນນັບມື້ນັບພົ້ນເດັ່ນຂຶ້ນ, ກາຍເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມຜາສຸກ ແລະ ເສັ້ນທາງແຫ່ງມິດຕະພາບຂອງສອງປະເທດລາວ-ຈີນ.
ເນື່ອງໃນໂອກາດອັນສະຫງ່າລາສີ, ເພື່ອຍ້ອງຍໍສັນລະເສີນເສັ້ນທາງສູ່ຄວາມສຸກນີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ປະສານສົມທົບກັບຝ່າຍຕ່າງໆຜະລິດເພງທີ່ມີຊື່ວ່າ: “ເສັ້ນທາງທີ່ສະຫວ່າງສະໄຫວ”. ຂໍມອບເພງນີ້ແດ່ເສັ້ນທາງລົດໄຟລາວ-ຈີນ ແລະຂໍອວຍພອນໃຫ້ເສັ້ນທາງສາຍນີ້ຈົ່ງນໍາເອົາຜົນປະໂຫຍດກໍຄືຄວາມສົມບຸນພູນສຸກນັບມື້ນັບຫຼາຍກວ່າເກົ່າ ໃຫ້ແກ່ປະຊາຊົນສອງປະເທດລາວ-ຈີນ!
ເພງ “ເສັ້ນທາງທີ່ສະຫວ່າງສະໄຫວ” ຕ່າຍ ອາກາດ ປະສານສຽງ ນັດດາວ ເປັນເພງຮ້ອງ ‘ເພື່ອສະເຫຼີມສະຫຼອງຄົບຮອບ1ປີຂອງເສັ້ນທາງລົດໄຟ
ຈາກ: CRI-FM93
ກົດເບິ່ງວີດີໂອອື່ນໆ