ທີມບານເຕະຊາຍຂອງແຂວງວຽງຈັນ ຟອມໂດດເດັ່ນລົງສະໜາມຫນັດຫຼ້າສຸດບຽດເອົາຊະນະ ທີມບານເຕະຊາຍນະຄອນຫຼວງວຽງຈັນ ທີ່ກ່ອນໜ້ານີ້ຄວ້າແຊ້ມບານເຕະແຫ່ງຊາດ 2-1 ໃນການແຂ່ງຂັນບານເຕະຊາຍປະຈໍາກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມສ໌ ຮອບແບ່ງກຸ່ມໃນຕອນບ່າຍຂອງມື້ນີ້ວັນທີ 9 ທັນວາ 2022.
ຈາກໄຊຊະນະນັດນີ້ເຮັດໃຫ້ ແຂວງວຽງຈັນ ຊະນະ 3 ນັກລວດ ມີ 9 ຄະແນນເຕັມຜ່ານເຂົ້າຮອບ 8 ທີມແນ່ນອນແລ້ວ ເຕະບານຊາຍ ກຸ່ມ ກ ຊຽງຂວາງ ເກມສ໌ ໂດຍນັດກ່ອນໜ້ານີ້ ຊະນະ ໄຊສົມບູນ 1-0.