• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ທາດແມວເທົ່ານັ້ນທີ່ເຂົ້າໃຈ ເມື່ອເຈົ້າໜ້າທີ່ ບຣາຊິລ ໂຍນແມວລົງພື້ນຕອນຂຶ້ນໂຕະ ເຈັບຈີ໊ດ(ຄລິບ)

ເຈົ້າໜ້າທີ່ທີມຊາດບຣາຊິລ ເຮັດໃຫ້ບັນດາທາດແມວຊ໊ອກໄປຕາມໆກັນ ເມື່ອຈັບແມວໂຍນລົງພື້ນ ຫຼັງຈາກທີ່ນ້ອງແມວກະໂດດຂຶ້ນໂຕະຖະແຫຼງຂ່າວກ່ອນການແຂ່ງຂັນຮອບ 8 ທີມສຸດທ້າຍບານໃນບານໂລກ 2022 ໃນຂະນະທີ່ ວິນິຊິອຸສ ຈູເນຍ ກອງໜ້າດາວເດັ່ນຂອງທີມຊາດບຣາຊິລ ກໍາລັງໃຫ້ສໍາພາດກັບສື່ມວນຊັນ ເມື່ອວັນທີ 7 ທັນວາ 2022 (ເບິ່ງຄລິບລຸ່ມນີ້)

ໃນຕອນທີ່ແມວກະໂດດຂຶ້ນໜ້າໂຕະຖະແຫຼງຂ່າວພໍດີ ເຊິ່ງນັກເຕະບໍ່ໄດ້ມີບັນຫາຫຍັງໃນເລື່ອງນີ້ ແລະ ຍັງຕອບຄໍາຖາມແບບໃຈເຢັນ ແລະ ຍິ້ມໄປ, ແຕ່ເຈົ້າໜ້າທີ່່ຂອງ ບຣາຊິລ ທີ່ນັ່ງຢູ່ຂ້າງໆຂອງ ວິນິຊິອຸສ ຈູເນຍ ເກີດອາການລໍາຄານ ຫຼື ບໍ? ກ່ອນທີ່ຈະຕັດສິນໃຈໃຊ້ 2 ມືຈັບບໍລິເວນໜັງດ້ານຫຼັງ ກ່ອນທີ່ຈະໂຍນແມວລົງກັບພື້ນແບບບໍ່ແຄສື່.

ເຊິ່ງເຮັດໃຫ້ນັກຂ່າວທີ່ຢູ່ໃນຫ້ອງເຖິງກັບຕົກຕະລື້ງ ແລະ ຕົກໃຈກັບການກະທໍາດັ່ງກ່າວຫຼາຍພໍສົມຄວນ ສວນທາງກັບ ເຈົ້າໜ້າທີ່ບຣາຊິລ ທີ່ເຮັດທ່າທາງຄືບໍ່ມີຫຍັງເກີດຂຶ້ນ ພ້ອມຊີ້ໃຫ້ນັກຂ່າວຖາມຄໍາຖາມຕໍ່ໄປ. ຂະນະທີ່ ວິນິຊິອຸສ ເອົາແຕ່ຫົວແບບຖືກໃຈ.

ສໍາລັບ ຕາຕະລາງແຂ່ງຂັນບານໂລກ 2022 ຮອບ 8 ທີມສຸດທ້າຍເບິ່ງໄດ້ຕາມຮູບລຸ່ມນີ້:

Leave a Reply

Your email address will not be published. Required fields are marked *